spot_img
Homeຂ່າວຕ່າງປະເທດໄຟໄໝ້ສູນອົບພະຍົົບໂຣຮິນຢາເສຍຫາຍໜັກບາດເຈັບ 550 ຄົນ

ໄຟໄໝ້ສູນອົບພະຍົົບໂຣຮິນຢາເສຍຫາຍໜັກບາດເຈັບ 550 ຄົນ

Published on

ສຳນັກຂ່າວຣອຍເຕີລາຍງານເມື່ອວັນທີ 23 ມີນາ 2021 ວ່າເຈົ້າໜ້າທີ່ລະດັບສູງຂອງອົງການສະຫະປະຊາຊາດເພື່ອຊາວອົບພະຍົບ (UNHCR) ໄດ້ເຂົ້າຮ່ວມການຖະແຫຼງຂ່າວຈາກເມືອງ Dhaka ປະເທດບັງກະລາເທດກັບສຳນັກງານ UNHCR ທີ່ເຈນີວາ, ສະວິດເຊີແລນກ່າວວ່າ ເຫດການໄຟໄໝ້ສູນຜູ້ລີ້ໄພໂຣຮິນຢາໃນບັງກາລາເທດ ແມ່ນເສຍຫາຍຢ່າງໜັກ ມີລາຍງານວ່າມີຜູ້ເສຍຊີວິດ 15 ຄົນ, ບາດເຈັບ 550 ຄົນ, ຫາຍສາບສູນ 400 ຄົນ ແລະ 45,000 ຄົນບໍ່ມີທີ່ຢູ່ອາໃສ.

ເຈົ້າໜ້າທີ່ບັງກະລາເທດກຳລັງສືບສວນຫາສາເຫດຂອງໄຟໄໝ້. ຂະນະທີ່ເຈົ້າໜ້າທີ່ສຸກເສີນ ແລະ ໜ່ວຍງານບັນເທົາທຸກແລະຄອບຄົວຂອງຜູ້ເຄາະຮ້າຍໄດ້ຄົ້ນຫາຊາກຫັກພັງ ເພື່ອຊອກຫາຜູ້ເຄາະຮ້າຍເພີ່ມຕື່ມ.

ໄຟໄດ້ລຸກໄໝ້ຢູ່ໃນສູນອົບພະຍົບ Balukahli ໃກ້ໆ Cox. Bazaar ທາງຕາເວັນອອກສຽງໃຕ້ຂອງບັງກະລາເທດໃນວັນຈັນທີ່່ຜ່ານມາ. ມີບ່ອນພັກເຊົາ ແລະ ບ່ອນຢູ່ອາໄສຂອງຊາວອົບພະຍົບປະມານ 40,000 ຫຼັງຖືກໄຟໄໝ້ໝົດ ເຈົ້າໜ້າທີ່ໃຊ້ເວລາກວ່າ 6 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄດ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...