spot_img
Homeຂ່າວທ້ອງຖິ່ນໄຟໄໝ້ຕະຫຼາດລືໄຊ ເສຍຫາຍໜັກ

ໄຟໄໝ້ຕະຫຼາດລືໄຊ ເສຍຫາຍໜັກ

Published on

ລາຍງານຂ່າວຄວາມຄືບໜ້າເຫດຕະຫຼາດລືໄຊ ເມືອງໄຊ ແຂວງ ອຸດົມໄຊ ເມື່ອວັນທີ 25 ກຸມພາ 2017 ທີ່ຜ່ານມາ ມີ 6 ຮ້ານຄ້າ ເສຍຫາຍໜັກໄໝ້ກ້ຽງບໍ່ເຫຼືອຊາກ.

ເມື່ອເວລາ 22:00 ໂມງຂອງວັນທີ 25/02/2017 ທີ່ຜ່ານມາ ຕະຫຼາດລືໄຊ, ເມືອງໄຊ ແຂວງ ອຸດົມໄຊ ເກີດເຫດໄຟໄໝ້ຢ່າງໜັກທີ່ຊັ້ນສອງຂອງຕະຫຼາດ ເຈົ້າໜ້າທີ່ ແລະ ປະຊາຊົນໄດ້ລະດົມກຳລັງເຂົ້າຄວບຄຸມເພີງໄໝ້ ເຊິ່ງໃຊ້ເວລາຫຼາຍກວ່າໜຶ່ງຊົ່ວໂມງ ຈິ່ງສາມາດຄວບຄຸມໄຟບໍ່ໃຫ້ໄໝ້ລຸກລາມລົງມາທີ່ຊັ້ນ 1 ຂອງຕະຫຼາດໄດ້

ເຫດການໄຟໄໝ້ໃນຄັ້ງນີ້ ເຮັດໃຫ້ມີ 6 ຮ້ານຄ້າໄດ້ຮັບຜົນກະທົບເສຍຫາຍໜັກເນື່ອງຈາກໄຟໄດ້ໄໝ້ຮ້ານ ແລະ ສິນຄ້າຈົນໝົດກ້ຽງບໍ່ເຫຼືອຊາກ.

ສ່ວນສາເຫດ ຄາດວ່າອາດເກີດຈາກ ການຈູດທູບທຽນບູຊາ (ເພາະເປັນຄືນວັນສິນ) ຫຼື ໄຟຟ້າລັດວົງຈອນ ເຈົ້າໜ້າ ທີ່ຍັງຄົງສືບສວນ ແລະ ຈະສະຫຼຸບສາເຫດທາງການອີກຄັ້ງ ສຳລັບມູນຄ່າຄວາມເສຍຫາຍຄາດວ່າຫຼາຍຮ້ອຍລ້ານກີບ.

 

ພາບ ແລະ ວິດີໂອປະກອບຈາກ: ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...