spot_img
Homeຂ່າວທ້ອງຖິ່ນໄຟໄໝ້ຕະຫລາດຂາຍປິ້ງໄກ່ເຊໂນ ເບື້ອງຕົ້ນເສຍຫາຍກວ່າ 500 ລ້ານ

ໄຟໄໝ້ຕະຫລາດຂາຍປິ້ງໄກ່ເຊໂນ ເບື້ອງຕົ້ນເສຍຫາຍກວ່າ 500 ລ້ານ

Published on

ໜັງສືພິມລາວພັດທະນາອ້າງແຫຼ່ງຂ່າວຈາກນັກຂ່າວ ແຂວງສະຫວັນນເຂດ ລາຍງານເມື່ອວັນທີ 20 ກຸມພາ 2017 ວ່າ ຕອນເຊົ້າປະມານ5:30 ໂມງຂອງວັນທີ 19 ກຸມພາທີ່ຜ່ານມາ, ໄດ້ເກີດເຫດການໄຟໄໝ້ຕະຫລາດຂາຍປິ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ, ສົ່ງຜົນໃຫ້ຮ້ານຂາຍປິ້ງໄກ່ເສຍຫາຍ 16 ຮ້ານ, ໃນຈຳນວນ 30 ກວ່າຮ້ານ, ມີມູນຄ່າເສຍຫາຍເບື້ອງຕົ້ນປະມານ 500 ລ້ານກີບ, ຕາມການລົງສືບສວນຂອງເຈົ້າໜ້າທີ່ຮູ້ວ່າ: ຕົ້ນເພີງແມ່ນເກີດຈາກຮ້ານນາງ ຂັນທະລີ ອາຍຸ 64 ປີ, ຢູ່ບ້ານໄຊອຸດົມ ເມືອງອຸທຸມພອນ, ຊຶ່ງຮ້ານດັ່ງກ່າວແມ່ນຕັ້ງໃຈກາງຂອງຮ້ານທັງໝົດ, ຈາກນັ້ນ ໄຟໄດ້ລາມອອກໄປທາງສອງຂ້າງຢ່າງໄວວາ ໂດຍເຈົ້າໜ້າທີ່ໃຊ້ເວລາຊົ່ວໂມງກວ່າຈຶ່ງສາມາດດັບມອດໄຟໄວ້ໄດ້.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...