spot_img
Homeຂ່າວຕ່າງປະເທດໄຟໄໝ້ກາງທະເລເຫດການທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທາງທະເລ

ໄຟໄໝ້ກາງທະເລເຫດການທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທາງທະເລ

Published on

ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2021 ທີ່ຜ່ານໄດ້ ຢູ່ໃນສື່ອອນລາຍໄດ້ມີການແຊຣວິດີໂອເຫດການໄຟໄໝ້ກາງທະເລ ເນື່ອງມາຈາກເກີດການຮົ່ວຂອງທໍ່ສົ່ງແກ໊ສທີ່ຢູ່ລຸ່ມທະເລໃນອ່າວເມັກຊິກ ເຮັດໃຫ້ເກີດໄຟໄໝ້ກາງທະເລ ເຊິ່ງເຈົ້າໜ້າທີ່ໄດ້ໃຊ້ເວລາຫຼາຍກວ່າ 5 ຊົ່ວໂມງໃນການຄວບຄຸມໄຟໄໝ້ດັ່ງກ່າວ.

ທາງດ້ານບໍລິສັດ ໂປເຕລິອອສ ເມັກຊິການອສ ຫຼື ເປັນທີ່ຮູ້ຈັກໃນຊື່ ເປເມັກ ເຊິ່ງເປັນບໍລິສັດນໍ້າມັນຂອງທາງການຂອງປະເທດເມັກຊິກ ໄດ້ລະບຸວ່າ ພວກເຂົາໄດ້ສົ່ງເຮືອເຂົ້າໄປເພື່ອຄວບຄຸມໄຟ ໂດຍການ ສີດນໍ້າໃສ່ເພື່ອຄວບຄຸມໄຟໃຫ້ຢູ່ໃນວົງຈໍາກັດທີ່ແຄບລົງ  ແລະ ໂຊກດີທີ່ບໍ່ມີໃຜໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ.

ທັງນີ້ທາງທີມກູ້ໄພໄດ້ໃຊ້ນີໂຕຣແຊນໃນການດັບໄຟເປັນເວລາຫຼາຍກວ່າ 5 ຊົ່ວໂມງຈຶ່ງສາມາດຄວບຄຸມເຫດການໄວ້ໄດ້ ເຖິງຢ່າງໃດກໍຕາມເຫດການທີ່ເກີດຂື້ນໃນຄັ້ງນີ້ຍັງບໍ່ຮູ້ສາເຫດທີ່ຊັດເຈນວ່າເຫດການດັ່ງກ່າວຈະສົ່ງຜົນຕໍ່ກັບສິ່ງແວດລ້ອມທາງທະເລໜ້ອຍຫຼາຍປານໃດ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...