spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄຟໄຫມ້ຢູ່ຊັ້ນ 2 ຫ້ອງການສຳນັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ ສປປລາວ

ໄຟໄຫມ້ຢູ່ຊັ້ນ 2 ຫ້ອງການສຳນັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ ສປປລາວ

Published on

ເມື່ອເວລາປະມານ 14:37 ນາທີ ຂອງວັນທີ 21/6/2017 ເກີດເຫດໄຟໄຫມ້ຢູ່ຊັ້ນ 2 ຂອງເຮືອນຫຼັງໜຶ່ງເຂດນ້ຳພຸ ບ້ານ ຊຽງຍືນ ເມືອງຈັນທະບູລີ.

ເຮືອນຫຼັງດັ່ງກ່າວຊັ້ນລຸ່ມເປັນຫ້ອງການສຳນັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ ສປປລາວ ເຊົ່າປະຈຳການ ສ່ວນຊັ້ນສອງທີ່ເກີດໄຟໄໝ້ນັ້ນແມ່ນເຈົ້າຂອງເຮືອນອາໃສຢູ່, ພະນັກງານຂອງຫ້ອງການສຳນັກພິມກ່າວວ່າໄດ້ຍິນສຽງແຕກດັງຈາກຊັ້ນ 2 ແລະ ໄດ້ກິ່ນຂິວຄວັນໄຟ ດັ່ງນັ້ນ ພະນັກງານຂອງສຳນັກພິມຈິ່ງໄດ້ພາກັນຟ້າວຂົນເຄື່ອງອອກຈາກຫ້ອງການໂດຍດ່ວນ ໄຟໄດ້ລຸກລາມໄປໄໝ້ເຮືອນທີ່ຢູ່ຕິດຂ້າງ 1 ຫຼັງ ສາເຫດເບື້ອງຕົ້ນສັນນິຖານວ່າ ອາດເກີດຈາກໄຟຟ້າລັດວົງຈອນ ແລະ ໃນຂະນະເກີດເຫດນັ້ນມີໜ່ວຍກູ້ໄພມາຊ່ວຍ 3 ຄັນ ແລະ ລົດຕັບເພີງມາຊ່ວຍດັບໄຟ 4 ຄັນ ເຊິ່ງຕອນນີ້ສາມາດຄວບຄຸມເພີງໄໝ້ໄດ້ແລ້ວ ບໍ່ມີລາຍງານຜູ່ໄດ້ຮັບບາດເຈັບ ສຳລັບຄວາມເສຍຫາຍໃນເບື້ອງຕົ້ນຍັງຢູ່ໃນການປະເມີນ.

https://www.facebook.com/421087478095038/videos/671951549675295/

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...