spot_img
Homeຂ່າວພາຍ​ໃນ"ໄບເດນ" ກັງວົນ "ທຣໍ້າ" ຈະປະກາດອະໄພຍະໂທດໃຫ້ກັບຕົນເອງ ແລະ ພັກພວກກ່ອນຈະລົງຈາກຕຳແໜ່ງ

“ໄບເດນ” ກັງວົນ “ທຣໍ້າ” ຈະປະກາດອະໄພຍະໂທດໃຫ້ກັບຕົນເອງ ແລະ ພັກພວກກ່ອນຈະລົງຈາກຕຳແໜ່ງ

Published on

ສຳນັກຂ່າວ CNN ລາຍງານວ່າ ທ່ານ ໂດນັລ ທຣໍ້າ ກຽມອອກໜັງສືອະໄພຍະໂທດ ແລະ ຫຼຸດໂທດປະມານ 100 ສະບັບ ໃນວັນທີ 19 ມັງກອນ 2021 ເຊິ່ງເປັນມື້ສຸດທ້າຍໃນການປະຕິບັດໜ້າທີ່ຕຳແໜ່ງປະທານາທິບໍດີສະຫະລັດອາເມລິກາ.

ເມື່ອວັນທີ 17 ມັງກອນ 2021 ທີ່ຜ່ານມາ ມີການປະຊຸມທີ່ທຳນຽບຂາວເພື່ອຕົກລົງໃນຂັ້ນຕອນສຸດທ້າຍວ່າຈະອະໄພຍະໂທດ ແລະ ຫຼຸດໂທດໃຫ້ໃຜແນ່.

ໃນຂະນະທີ່ທ່ານ ໂຈ ໄບເດນ ວ່າທີ່ປະທານາທິບໍດີສະຫະລັດອາເມລິກາຄົນໃໝ່ ໄດ້ສະແດງຄວາມກັງວົນວ່າປະທານາທິບໍດີ ໂດນັລ ທຣໍ້າ ອາດຈະປະກາດອະໄພຍະໂທດໃຫ້ກັບຕົນເອງ ແລະ ພັກພວກຂອງເຂົາ ກ່ອນຈະລົງຈາກຕຳແໜ່ງ.

ສຳນັກຂ່າວ Associated Press ລາຍງານວ່າປະທານາທິບໍດີ ໄບເດນ ໄດ້ຕອບຄຳຖາມຂອງນັກຂ່າວ CNN ກ່ຽວກັບເລື່ອງນີ້ວ່າ “ຂ້າພະເຈົ້າກັງວົນຫຼາຍສົມຄວນ ຫາກຜູ້ນຳສະຫະລັດຄົນປັດຈຸບັນສືບຕໍ່ປະຕິບັດຄືເກົ່າ ເພາະບໍ່ອາດຄາດການໄດ້ວ່າ ການກະທຳດັ່ງກ່າວນັ້ນຈະກາຍເປັນຕົ້ນແບບຂອງວິຖີທາງການເມືອງອາເມລິກາແນວໃດ? ແລະ ມຸມມອງຂອງປະຊາຄົມໂລກທີ່ມີຕໍ່ອາເມລິກາຈະເປັນແນວໃດ ໃນຖານະປະເທດທີ່ມີຄວາມມູ່ງໝັ້ນໃນການປ້ອງກັນກົດໝາຍ ແລະຄວາມຍຸດຕິທຳ ມັນຈະປ່ຽນແປງຫຼື ບໍ່?”

ທັງນີ້, ທ່ານ ໂຈ ໄບເດນ ວ່າທີ່ປະທານາທິບໍດີຄົນໃໝ່ ຄົນທີ 46 ຢືນຢັນວ່າ ກະຊວງຍຸດຕິທຳໃນລັດຖະບານໃໝ່ຂອງຕົນຈະປະຕິບັດໜ້າທີ່ຢ່າງມີອິດສະຫຼະ ແລະ ບໍ່ວ່າໃຜຈະເປັນຜູ້ທີ່ໄດ້ຮັບມອບໝາຍໃຫ້ດູແລກະຊວງນີ້ຈະມີອິດສະຫຼະໃນການເຮັດວຽກ ແລະ ຕັດສິນໃຈວ່າໃຜສົມຄວນຖືກສອບສວນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...