ໄທຫ້າມນຳເຂົ້າສົ້ມໝູທີ່ອາດເປັນແຫຼ່ງພະຍາດອະຫິວາຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 2

0
633

ດ່ານກັກກັນສັດມຸດດາຫານ ປະເທດໄທ ກະກັດກັ້ນລົດທົວຂ້າມດ່ານທີ່ຂົວມິດຕະພາບລາວ-ໄທ ແຫ່ງທີ 2 ກວດຍຶດສົ້ມໜູຈາກລາວໄດ້ 273 ຫໍ່.

ວັນທີ 4 ທັນວາ 2022 ເຈົ້າໜ້າທີ່ກົມປະສຸສັດປະເທດໄທ ດ່ານກັກກັນສັດມຸກດາຫານ ພ້ອມກັບເຈົ້າໜ້າທີ່ຫຼາຍພາກສ່ວນ ໄດ້ກວດກາຢ່າງເຂັ້ມງວດ ເລື່ອງການນຳຊີ້ນໝູ ແລະ ຊີ້ນງົວ ເຂົ້າປະເທດໄທຜ່ານທາງດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ມຸກດາຫານ-ສະຫວັນນະເຂດ) ເພື່ອປ້ອງກັນການລະບາດຂອງພະຍາດອະຫິວາອາຟຣິກາທີ່ມານຳຊີ້ນໝູ ເຊິ່ງສາມາດກວດຍຶດໄດ້ 273 ຫໍ່.

ເຊິ່ງເຈົ້າໜ້າທີ່ໄດ້ກວດມາຈາກລົດທົວຄັນໜຶ່ງ ທີ່ເດີນທາງຈາກລາວຈະຂ້າມໄປຝັ່ງໄທ ເມື່ອເຈົ້າໜ້າທີ່ສອບຖາມກໍບໍ່ມີຄົນສະແດງໂຕວ່າເປັນເຈົ້າຂອງ ຈຶ່ງໄດ້ຍຶດເອົາສົ້ມຊີ້ນໝູ ແລະ ຊີ້ນງົວດັ່ງກ່າວ ເພື່ອຈະນຳເອົາໄປທຳລາຍ ໂດຍການຝັງ ແລະ ພົ່ນຢາຂ້າເຊື້ອພະຍາດ.

ແຫຼ່ງຂ່າວ dailynews