Homeຂ່າວກິລາWIG NAGA ທີມເຍົາວະຊົນລາວ ຄວ້າແຊັມ ຢູ 8 ແລະ ຮອງແຊັມ ຢູ 11 ລາຍການທີ່ໄທ

WIG NAGA ທີມເຍົາວະຊົນລາວ ຄວ້າແຊັມ ຢູ 8 ແລະ ຮອງແຊັມ ຢູ 11 ລາຍການທີ່ໄທ

Published on

ທັບນັກກີລາບານເຕະເຍົາວະຊົນລາວຢ່າງ WIG NAGA ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ເກີນຄາດໝາຍສາມາດຄວ້າແຊັມໃນຮຸ່ນອາຍຸບໍ່ເກີນ 8 ປີ ແລະ ຄວ້າຮອງແຊັມໃນຮຸ່ນອາຍຸບໍ່ເກີນ 11 ໃນການແຂ່ງຂັນບານເຕະ 7 ຄົນລາຍການ Thailand international youth cup 2022 ລະຫວ່າງວັນທີ 3-4 ທັນວາ 2022 ທີ່ສະໜາມໃນ rugby school thailand Bangkok ປະເທດໄທ.

ກ່ອນໜ້ານີ້ ທ່ານ ຕົ້ນຈັກກິດ ນ້ອຍສົມສີ ໜຶ່ງໃນຄະນະຄູຝຶກຂອງ WIG NAGA ໃຫ້ສໍາພາດກັບທີມງານພວກເຮົາວ່າ: ສໍາລັບ ລາຍການດັ່ງກ່າວພວກເຮົາສົ່ງເຂົ້າຮ່ວມ 2 ຮຸ່ນຄື ຢູ 8 ແລະ 11 ປີ ໂດຍເປົ້າໝາຍຖືວ່າຕັ້ງໄວ້ສູງ ເພາະເດັກນ້ອຍຊຸດນີ້ເກັບໂຕຝຶກຊ້ອມມາດົນ ເຊິ່ງຮຸ່ນອາຍຸບໍ່ເກີນ 8 ປີຫວັງເຖິງແຊັມ, ສ່ວນ ຮຸ່ນອາຍຸບໍ່ເກີນ 11 ປີແມ່ນຫວັງເຂົ້າຮອບ 4 ທີມໃຫ້ໄດ້ ເຖິງວ່າລາຍການນີ້ຈະເປັນລາຍການໃຫຍ່ມີສະໂມສອນຈາກຫຼາຍປະເທດເຂົ້າຮ່ວມ.

ສໍາລັບ ລາຍການດັ່ງກ່າວມີສະໂມສອນ 100 ກວ່າທີມເຂົ້າຮ່ວມໃນການຊີງໄຊແຕ່ ຢູ 7-13 ປີ ໂດຍທີມສ່ວນໃຫຍ່ມາຈາກ ໄທ ເຈົ້າພາບ, ສິງກະໂປ, ມາເລເຊຍ, ໂມໂດວາ, ເກົາຫຼີ ແລະ ສປປ ລາວ ໂດຍໃນແຕ່ລະຮຸ່ນແມ່ນມີ 12 ທີມແບ່ງອອກເປັນ 2 ສາຍໆລະ 10 ສະໂມສອນ ເພື່ອຄັດເຂົ້າຮອບ 8 ທີມ, ຮອບ 4 ທີມ ແລະ ຮອງຊີງຊະນະເລີດ ຕາມລໍາດັບ.

ໂດຍທີມທີ່ໜ້າຈັບຕາເປັນສະໂມສອນ WIG NAGA ສະໂມສອນຈາກລາວເຮົາ ສົ່ງເຂົ້າຮ່ວມ 2 ຮຸ່ນຄື:
+ຮຸ່ນອາຍຸບໍ່ເກີນ 8 ປີສ້າງຜົນງານຢ່າງໂດດເດັ່ນເອົາຊະນະ 5 ນັດລວດໃນຮອບແບ່ງກຸ່ມ ເກັບ 15 ຄະແນນເຕັມຜ່ານເຂົ້າຮອບໃນຖານະອັນດັບ 1 ຂອງສາຍ ກ່ອນທີ່ຮອບ 8 ແລະ ຮອບ 4 ທີມຈະເອົາຊະນະ ຄູ່ແຂ່ງໄປຂາດລອຍຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບດ ສະໂມສອນ ແທັກທີມ ( ​Tac Team ) ສະໂມສອນເຍົາວະຊົນລະດັບແຖວໜ້າຂອງປະເທດໄທ ປາກົດວ່າ: WIG NAGA ຢູ 8 ສ້າງຜົນງານຢ່າງໂດດເດັ່ນເອົາຊະນະໄປສະບາຍໆ 3-0 ຄວ້າແຊັມໄປຄອງ ພ້ອມຂັນແຊັມ ແລະ ຫຼຽນລາງວັນຢ່າງສົມກຽດ.
+ຮຸຸ່ນອາຍຸບໍ່ເກີນ 11 ປີ: WIG NAGA ກໍບໍ່ໜ້ອຍໜ້າຊະນະ 4 ແລະ ສະເໝີ 1 ນັດໃນຮອບແບ່ງກຸ່ມ ຜ່ານເຂົ້າຮອບ 8 ທີມໃນຖານະອັນດັບ 1 ກ່ອນເອົາຊະນະຄູ່ແຂ່ງໃນຮອບດັ່ງກ່າວ ແລະ ຮອບ 4 ທີມໄດ້ຫວຸດຫວິດ ກ່ອນທີ່ໃນຮອບຊີງຈະເສຍໃຫ້ກັບ OAZ ສະໂມສນຈາກໄທ 0-2 ເຮັດໃຫ້ຄວ້າອັນດັບ 2 ໄປຄອງ.

ຫຼັງຈາກຈົບການແຂ່ງຂັນປະທານສະໂມສອນ WIG NAGA ເປີດເຜີຍພູມໃຈຕໍ່ຜົນງານຄັ້ງນີ້ ແລະ ເກີນຄາດໝາຍທີ່ພວກເຮົາສາມາດເຮັດໄດ້ກໍຄືການຄວ້າແຊັມໃນຮຸ່ນ ຢູ 8 ປີໄດ້ຕາມເປົ້າ ແລະ ຮູ່ນ 11 ປີກໍສ້າງຜົນງານໄດ້ເກີນຄາດດ້ວຍການຄວ້າອັນດັບ 2. ນອກນັ້ນ, ພວກເຮົາຍັງສົ່ງນັກກີລາຈໍານວນໜຶ່ງໄປສົມທົບກັບສະໂມສອນຈາກໄທ ກໍຄື ສົ່ງທ້າວ ອານຸສັກ ວິໄລກຸນ ໄປຊ່ວຍສະໂມສອນ SoutherBoys ກໍສາມາດຍິງໄປ 24 ປະຕູພາທີມຄວ້າແຊັມໃນຮຸ່ນ 7 ປີ ແລະ ສົ່ງທ້າວ ເອກະລາດ ວິໄລກຸນ ສາມາດຍິງໄປ 14 ປະຕູຊ່ວຍສະໂມສອນ Futboys ຄວ້າແຊັມໃນຮຸ່ນ 10 ປີໃນລາຍການດັ່ງກ່າວ. ຢ່າງໃດກໍຕາມ ພວກເຮົາຈະສືບຕໍ່ຝຶກຊ້ອມ ແລະ ພັດທະນາຕົວເອງຕໍ່ໄປ ເພື່ອເຂົ້າຮ່ວມແຂ່ງຂັນໃນລາຍການຕໍ່ໆໄປ.
ພາບ-ຂ່າວ: Larh Creators

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...