ໄທພົບຜູ້ຕິດເຊຶ້ອໂຄວິດ Omicron ແລ້ວ!

0
1265

ກົມວິທະຍາສາດການແພດຖະແຫຼງຢືນຢັນພົບຜູ້ຕິດເຊື້ອໂອມີຄຣອນ (Omicron) ກໍລະນີທຳອິດໃນໄທແລ້ວ ເປັນຄົນອາເມລິກາ ເຊິ່ງເດີນທາງມາຈາກປະເທດສະເປນ ຕອນນີ້ຄະນະຄວບຄຸມໂຣກກຳລັງເຂົ້າກວດສອບ.

ໃນວັນທີ 6 ທັນວາ ນີ້ ທ່ານ ອະທິບໍດີ ກົມວິທະຍາສາດການແພດ ໄດ້ຖະແຫຼງໃຫ້ຮູ້ວ່າ: ພົບຜູ້ຕ້ອງສົງໄສຕິດເຊື້ອໂຄວິດ-19 ສາຍພັນ ໂອມີຄຣອນ ກໍລະນີທຳອິດໃນປະເທດໄທ, ເປັນຄົນອາເມລິກາ ເດີນທາງມາຈາກປະເທດແອັດສະປານໂຍນ ເຊິ່ງໄດ້ຮັບຕົວຢ່າງຂອງກໍລະນີດັ່ງກ່າວແຕ່ວັນທີ 3 ທັນວາ ຜ່ານມາ, ຈຶ່ງໄດ້ດຳເນີນການກວດທາງຫ້ອງປະຕິບັດຕາມຂັ້ນຕອນ ພົບວ່າ: ໂອກາດທີ່ຈະຕິດເຊື້ອສາຍພັນໃໝ່ນີ້ເຖິງ 99.92% ເຊິ່ງຖືວ່າຄ້ອນຂ້າງຊັດເຈນແລ້ວວ່າ ຜູ້ຕິດເຊື້ອໂຄວິດໂອເມຄຣອນ ເປັນກໍລະນີທຳອິດໃນໄທ ຢ່າງໃດກໍຕາມຜູ້ຊ່ຽວຊານຈະໄດ້ກວດຫາເຊື້ອອີກຮອບເພື່ອຢືນຢັນຕໍ່ໄປ.

ແຫຼ່ງຂ່າວ: Post Today