spot_img
Homeຂ່າວຕ່າງປະເທດກ້ອງຄອມແພັກພິເສດລຸ້ນໃໝ່ມີຂະໜາດເທົ່າເມັດເກືອແຕ່ຖ່າຍຮູບໄດ້ງາມ

ກ້ອງຄອມແພັກພິເສດລຸ້ນໃໝ່ມີຂະໜາດເທົ່າເມັດເກືອແຕ່ຖ່າຍຮູບໄດ້ງາມ

Published on

ຄວາມລໍ້າໜ້າທາງດ້ານວິທະຍາສາດ ແມ່ນແຕ່ກ້ອງຖ່າຍຮູບກໍຍັງໄດ້ຮັບການອອກແບບໃຫ້ມີຂະໜາດນ້ອຍລົງເລື້ອຍໆ ຈົນເທົ່າເມັດເກືອ ແຕ່ສາມາດຖ່າຍຮູບໄດ້ຢ່າງມີຄຸນນະພາບຢ່າງໜ້າເຫຼືອເຊື່ອ ແລະດີກວ່າກ້ອງອັນຕຣາຄອມແພັກຍີ່ຫໍ້ອື່ນໆນຳອີກ.

ເວັບໄຊ Science Alert ລາຍງານ: ກ້ອງດັ່ງກ່າວໄດ້ຮັບການພັດທະນາໂດຍທ່ານ Ethan Tseng, ນັກວິທະຍາສາດຄອມພິວເຕີ ຈາກມະຫາວິທະຍາໄລພຣິນສ໌ຕັນດ ລັດນິວເຈີຊີ, ສະຫະລັດອາເມລິກາ, ດ້ວຍການນຳໃຊ້ເຕັກໂນໂລຢີໃນນາມ ແມ່ເຫຼັກໄຟຟ້າ ເຊິ່ງປົກຄຸມດ້ວຍເສົາຮູບຊົງກະບອກຈຳນວນ 1,6 ລ້ານຊິ້ນ ເຮັດໃຫ້ກ້ອງຂະໜາດນ້ອຍລຸ້ນໃໝ່ນີ້ສາມາດຖ່າຍພາບສີເຕັມຮູບແບບໄດ້ເທົ່າກັບພາບຖ່າຍດ້ວຍເລນທົ່ວໄປ ເຊິ່ງມີຂະໜາດໃຫຍ່ກວ່າກ້ອງລຸ້ນໃໝ່ນີ້ຫຼາຍລ້ານເທົ່າ. ສຳລັບເຄັດລັບພິເສດຢ່າງໜຶ່ງຂອງຕົວກ້ອງນັ້ນກໍຄື ການປະສົມປະສານຮາດແວຣ໌ເຂົ້າກັບການປະມວນຜົນ ທັງມີການນຳໃຊ້ຊອຟແວຣ໌ຢ່າງມີປະສິດທິພາບເພື່ອປັບປຸງການມອງເຫັນ.

ກ້ອງຂະໜາດນ້ອຍນີ້ຈະເປັນປະໂຫຍດຢ່າງຍິ່ງສຳລັບໃຊ້ກັບຫຸ່ນຍົນຂະໜາດນ້ອຍໃນການສຳຫຼວດໂລກ ລວມເຖິງສາມາດນຳໃຊ້ເພື່ອກວດຈັບວັດຖຸສະເພາະທີ່ກ້ອງກຳລັງຄົ້ນຫາໂດຍອັດຕະໂນມັດ ໂດຍສະເພາະກໍແມ່ນສັນຍານຂອງພະຍາດຕ່າງໆໃນຮ່າງກາຍຂອງມະນຸດ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...