spot_img
Homeຂ່າວຕ່າງປະເທດຮິບໂປໃນສວນສັດຕິດເຊື້ອໂຄວິດ-19 ເປັນຄັ້ງທໍາອິດ

ຮິບໂປໃນສວນສັດຕິດເຊື້ອໂຄວິດ-19 ເປັນຄັ້ງທໍາອິດ

Published on

ໃນວັນທີ 4 ທັນວາ 2021 ທີ່ຜ່ານມາ ເວັບໄຊ້ ຂ່າວຕ່າງປະເທດ ໄດ້ລາຍງານວ່າ ມີຮິບໂປ 2 ໂຕໃນສວນສັດ ແອນເວີບ ໃນປະເທດເບລຢ້ຽມຕິດໂຄວິດ-19 ແລະ ຖືເປັນຄັ້ງທໍາອິດທີ່ມີການຕິດເຊື້ອໃນໂຕຮິບໂປ.

ທາງເຈົ້າໜ້າທີ່ສວນສັດໄດ້ລະບຸວ່າ ຮິບໂປ ທີ່ຊື່ວ່າ: ອະມານິ ອາຍຸ 14 ປີ ແລະ ເຮີມຽນ ອາຍຸ 41 ປີ ໂດຍທັງສອງໂຕບໍ່ມີອາການໃດໆສະແດງອອກມາ ມີແຕ່ຂີ້ມູກໄຫຼ ແຕ່ນີ້ທັງສອງໂຕໄດ້ຖືກກັກໂຕເພື່ອປ້ອງກັນການແຜ່ລະບາດລ່ວງໜ້າແລ້ວ.

ທັງນີ້ ເຊື້ອໂຄວິດ-19 ມີການຄາດການວ່າເປັນເຊື້ອທີ່ແຜ່ຈາກສັດໄປສູ່ຄົນ ແລະ ເປັນທີ່ພິສູດແລ້ວວ່າມີການແຜ່ຈາກຄົນໄປສູ່ສັດໄດ້ອີກດ້ວຍ ໂດຍສັດລ້ຽງລວມໄປເຖິງແມວ, ໝາ ແລະ ພັງພອນ ຕິດເຊື້ອຫຼັງມີການສໍາພັດໃກ້ເຊິດກັບເຈົ້າຂອງ ແລະ ໃນສວນສັດຕ່າງໆກໍມີການລາຍງານເຖິງການເຈັບເປັນຂອງສັດຕ່າງໆໃນສວນສັດເຊັ່ນດຽວກັນ. ໂຄວິດ-19 ຍັງມີການແຜ່ກະຈາຍໄປຍັງສັດປ່າອື່ນໆອີກດ້ວຍ ແຕ່ສໍາລັບສວນສັດທີ່ຮິບໂປສອງໂຕຕິດເຊື້ອດັ່ງກ່າວຈາກການກວດສອບຂອງເຈົ້າໜ້າທີ່ແລ້ວວ່າບໍ່ມີເຈົ້າໜ້າທີ່ຄົນໃດທີ່ຕິດເຊື້ອໂຄວິດ-19.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...