spot_img
Homeຂ່າວພາຍ​ໃນໄຈກາຊ່ວຍເຫຼືອດ້ານການພັດທະນາເຕັກນິກ ການຄົ້ນຄວ້າໄຂ້ຍຸງແມ່ກາຝາກ

ໄຈກາຊ່ວຍເຫຼືອດ້ານການພັດທະນາເຕັກນິກ ການຄົ້ນຄວ້າໄຂ້ຍຸງແມ່ກາຝາກ

Published on

ໄຈກາຊ່ວຍເຫຼືອດ້ານການພັດທະນາເຕັກນິກ ການຄົ້ນຄວ້າໄຂ້ຍຸງແມ່ກາຝາກ

ໃນ​ວັນ​ທີ 19 ມີນາ 2014 ທີ່​ກະຊວງ​ສາທາລະນະ​ສຸກ ໄດ້​ຈັດ​ພິທີ​ເຊັນ​ບົດ​ບັນທຶກ​ການ​ປຶກສາ​ຫາລື ກ່ຽວ​ກັບ​ໂຄງການ​ຊ່ວຍເຫຼືອ​ດ້ານ​ການ​ພັດທະນາ​ເຕັກນິກ ການ​ຄົ້ນຄວ້າ​ກ່ຽວ​ກັບ​ພະຍາດ​ໄຂ້ຍຸງ ແລະ ແມ່​ກາ​ຝາກ ລະຫວ່າງ​ອົງການ​ໄຈ​ກາ ແລະ ກະຊວງ​ສາທາລະນະ​ສຸກ ໂດຍ​ເປັນ​ກຽດ​ເຊັນ​ລະຫວ່າງ​ທ່ານ Koichi TAKEI ຫົວໜ້າ​ອົງການ​ໄຈ​ກາ ປະຈຳ​ລາວ ແລະ ທ່ານ ບົວ​ສີ ຫົງ​ວັນ​ທອງ ຫົວໜ້າ​ສູນ​ໄຂ້ຍຸງ​ແມ່​ກາ​ຝາກ ແລະ ແມງໄມ້ ໂດຍ​ຊ່ອງ​ໜ້າ ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ ກະຊວງ​ສາທາລະນະ​ສຸກ ແລະ ພະນັກງານ​ຂອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ພະຍາດ​ໄຂ້​ມາລາ​ເຣຍ ແລະ ແມ່​ກາ​ຝາກ​ຕ່າງໆ ເປັນ​ພະຍາດ​ໜຶ່ງ​ທີ່​ຄຸກ​ຄາມ​ດ້ານ​ສຸຂະພາບ​ຂອງ​ພໍ່​ແມ່​ປະຊາຊົນ ເຊິ່ງ​ໃນ​ປັດຈຸບັນ ໄດ້​ມີ​ການ​ພົບ​ເຫັນ​ພະຍາດ​ດັ່ງກ່າວ​ລະບາດ​ຢູ່​ທາງ​ແຂວງ​ພາກ​ໃຕ້​ຂອງ​ລາວ ແລະ ຍັງ​ພົບ​ເຫັນ​ການ​ຕ້ານ​ຕໍ່​ຢາ​ປິ່ນປົວ​ພະຍາດ​ໄຂ້​ມາລາ​ເຣຍ ສະນັ້ນ ໄຂ້​ມາລາ​ເຣຍ ຍັງ​ເປັນ​ບັນຫາ​ໃຫຍ່ ສຳລັບ​ຂະແໜງ​ສາທາລະນະ​ສຸກ ທີ່​ຕ້ອງ​ເອົາໃຈໃສ່ ດັ່ງນັ້ນ ທາງ​ລັດຖະບານ ​ສປປ ລາວ ກໍ່​ຄື​ກະຊວງ​ສາທາລະນະ​ສຸກ ຈຶ່ງ​ໄດ້​ມີ​ການ​ຮ່ວມ​ມື​ກັບ​ອົງການ​ໄຈ​ກາ ແລະ ສະ​ຖາ​ບັນ​ປັດ​ສະ​ເຕີ​ລາວ ເພື່ອ​ສ້າງ​ແຜນ​ຍຸດ​ທະ​ສາດ ເຂົ້າ​ໃນ​ກອບ​ວຽກ​ງານ​ດ້ານ​ການ​ຄວບ​ຄຸມພະ​ຍາດ​ມາລາ​ເຣຍ ແລະ ພະຍາດ​ກາ​ຝາກ​ອື່ນໆ ເຂົ້າ​ໃນ​ແຜນ​ພັດທະນາ 5 ປີ (2011-2015) ລວມ​ມູນ​ຄ່າ 3 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 24 ຕື້​ກີບ.

ກະຊວງ​ສາລະ​ນະ​ສຸກ ເຫັນ​ວ່າ​ໂຄງການ​ດັ່ງກ່າວ ຈະ​ເປັນ​ປະໂຫຍດ​ຕໍ່​ການ​ຄົ້ນຄວ້າ​ສາເຫດ​ຂອງ​ການ​ຕິດເຊື້ອ​ພະຍາດ ແລະ ຊອກ​ຫາ​ວິທີ​ປ້ອງ​ກັນ ແລະ ປິ່ນປົວ​ທີ່​ຖືກຕ້ອງ ເພື່ອ​ຫຼຸດຜ່ອນ​ອັດຕາ​ການ​ເຈັບເປັນ ແລະ ເສຍ​ຊີວິດ​ຈາກ​ການ​ຕິດເຊື້ອ ພ້ອມ​ທັງ​ຍັງ​ໄດ້​ສ້າງ​ພະນັກງານ​ໜຸ່ມ​ນ້ອຍ ໃຫ້​ກາຍເປັນ​ນັກ​ຄົ້ນຄວ້າ.

 

http://www.vientianemai.net/teen/khao/1/11401

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...