spot_img
Homeຂ່າວຕ່າງປະເທດໄຂ່ຕົ້ມກາຍເປັນ ທັບທິມ ໄດ້ແທ້ ຫຼື ບໍ່?

ໄຂ່ຕົ້ມກາຍເປັນ ທັບທິມ ໄດ້ແທ້ ຫຼື ບໍ່?

Published on

ສົງຄົມອອນລາຍຈີນກຳລັງເວົ້າເຖິງເຫດການໜຶ່ງ ຕະຫຼອດຊ່ວງໄລຍະອາທິດທີ່ຜ່ານມາ ດ້ວຍຄວາມຕື່ນຕາຕື່ນໃຈ ແລະ ຕັ້ງຄຳຖາມ ນັ້ນຄື: ການທີີ່ໄຂ່ຕົ້ມໜ່ວຍໜຶ່ງ ປ່ຽນສະພາບກາຍເປັນທັບທິມ ຫຼັງເກັບໄວ້ດົນນານເຖິງ 20 ປີ.

ຜູ້ທີ່ເກັບຮັກສາໄຂ່ຕົ້ມໜ່ວຍດັ່ງກ່າວ ຄື ຜູ້ຍິງຊາວຈີນອາຍຸກວ່າ 20 ປີ ຂື່ ຝູ ລາວແບ່ງປັນເລື່ອງລາວຜ່ານສັງຄົມອອນລາຍ ຈົນໄດ້ຮັບຄວາມໜ້າສົນໃຈຢ່າງກວ້າງຂວາງ ແລະ ຄົນຕົ້ງຊື່ໃຫ້ໄຂ່ໜ່ວຍນີ້ວ່າ: ໄຂ່ຟາໂຣ

ຝູ ໃຫ້ສຳພາດ ໜັງສືພິມ ສຽວຊ່ຽງ ມໍນິ່ງ ເຫເຣວ ເມື່ອຕົ້ນເດືອນທີ່ຜ່ານມາ, ເມື່ອຖືໄຂ່ຕົ້ມອາຍຸ 20 ປີ ຂຶ້ນມາສ່ອງກັບແສງ ໄຂ່ຈະກາຍເປັນສີແດງເລືອດ ແລະ ສະແດງໃຫ້ເຫັນຮອຍແຕກທີ່ຢູ່ພາຍໃນ, ຝູອາໄສຢູ່ເຂດຊານຕົງ ລາວເລົ່າວ່າ: ແມ່ຂອງລາວຊຶ້ໄຂ່ໄກ່ ໜ່ວຍນີ້ມາເມື່ອ 20 ປີກ່ອນ ເພາະມັນມີຂະໜາດທີ່ນ້ອຍ ຊ່ວງນັ້ນລາວຍັງຢູ່ຊັ້ນປະຖົມ ໂດຍແມ່ຕົ້ມໄຂ່ເພື່ອໃຫ້ໄປກິນທີ່ໂຮງຮຽນ, ແຕ່ລາວລືມໄຂ່ຕົ້້ມໜ່ວຍນີ້ໄປ 3 ມື້ ແລ້ວຝູກໍບໍກ້າກິນ ເພາະຟ້ານໄຂ່ເໜົ່າແລ້ວ, ແຈໍໍຕ່ດ້ວຍຄວາມເປັນເດັກນ້ອຍ ລາວເຫັນໄຂ່ມັນ້ອຍ ຈຶ່ງນຳໄປແຊ່ໃນຕູ້ເຢັນ ແທນທີ່ຈະນຳເອົາໄປຖິ້ມ.

ສອງເດືອນຕໍ່ມາ ຝູຈື່ໄດ້ວ່າລາວລືມໄຂ່ຕົ້ມໜ່ວຍດັ່ງກ່າວໄວ້ ຈຶ່ງເປີດເບິ່ງໃນຕູ້ເຢັນ ກໍພົບວ່າກາຍສະພາບເປັນທັບທິມ ລາວຈຶ່ງເກັບໄວ້ໃນກ່ອງທີ່ລະນຶກໃນບ້ານ.

ສື່ອອນລາຍຂອງຈີນ ສຳພາດ ສາດຕາຈານ ເຕີ້ງ ສູຈ້ຽນ ຈາກວິທະຍາໄລ ຊີວະວິທະຍາ ມະຫາວິທະຍາໄລ ຫູໜານນຳມັລ ທີ່ອະທິບາຍວ່າ: ສິ່ງທີ່ເກີດຂຶ້ນເປັນປະຕິກິລິຍາ ທີ່ເກີດຂຶ້ນກັບໄຂ່ຂາວ ແຕ່ບໍ່ມີໄຂ່ແດງ ສ່ວນເຫດຜົນທີ່ໄຂ່ຂາວປ່ຽນສະພາບ ການເປັນສີແດງ ຕ້ອງກວດສອບຫາຄຳຕອນໃນທາງ ຈຸລາຊີວະວິທະຍາຕໍ່ໄປ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...