spot_img
Homeຂ່າວພາຍ​ໃນໃນໄລຍະການພະຍາດຂອງພະຍາດໂຄວິດ-19 ການໄປຕະຫຼາດກໍຕ້ອງໄດ້ລະມັດລະວັງ

ໃນໄລຍະການພະຍາດຂອງພະຍາດໂຄວິດ-19 ການໄປຕະຫຼາດກໍຕ້ອງໄດ້ລະມັດລະວັງ

Published on

ໃນໄລຍະທີ່ມີການລະບາດໃນຊຸມຊົນການໄປຊື້ເຄື່ອງຢູ່ຕະຫຼາດ, ຮ້ານມິນິມາກ ຫຼື ຊຸບເປີມາເກັດເປັນອີກຈຸດສ່ຽງໜຶ່ງທີ່ທ່ານຕ້ອງພິຈາລະນາກ່ອນເຂົ້າໄປໃນສະຖານທີ່ນີ້ຄື: ຖ້າຕະຫຼາດແຫ່ງໃດມີຄົນແອອັດ, ຄົນຊື້-ຄົນຂາຍຫຼາຍ ຈົນບໍ່ສາມາດແຍກຫ່າງເກີນ 1 ແມັດໄດ້ ຫຼື ຖ້າເປັນຮ້ານມິນິມາກ ຫຼື ຊຸບເປີມາເກັດແບບປິດປະຕູເປີດແອ ກໍ່ເປັນຈຸດສ່ຽງໜຶ່ງທີ່ທ່ານຄວນຫຼີກເວັ້ນ ເນື່ອງຈາກອາກາດໃນສະຖານທີ່ແຫ່ງນັ້ນບໍ່ໄຫຼວຽນ ກໍ່ໃຫ້ເກີດຄວາມສ່ຽງສູງໃນການຕິດເຊື້ອໄດ້ ເມື່ອທ່ານໝັ້ນໃຈວ່າສາມາດປ້ອງກັນໄດ້ດີໃນຈຸດຊື້ຂາຍແຫ່ງນີ້ຂໍໃຫ້ທ່ານປະຕິບັດເຊັ່ນນີ້:

  1. ລ້າງມືໃຫ້ສະອາດໃສ່ຜ້າປິດປາກ-ດັງ ຈາກນັ້ນກຽມເງິນໃນມືຂອງທ່ານໃຫ້ພ້ອມເພື່ອຫຼີກເວັ້ນການຢິບຈັບເຄື່ອງແລ້ວມາຈັບກະເປົາເງິນໃນຖົງ ຫຼື ໃນກະເປົາເງິນອີກ
  2. ຖ້າທ່ານຕ້ອງໃຊ້ເງິນແບບໂອນຈ່າຍຜ່ານບັດເອທີເອັມ ຫຼື ລະບົບ One pay ໃນໂທລະສັບທ່ານຄວນຕຽມບັດ ຫຼື ໂທລະສັບໃນມືຂອງທ່ານໃຫ້ພ້ອມ ໂທລະສັບຄວນໃສ່ຖົງຢາງໃສ ເພື່ອຫຼີກເວັ້ນການສໍາຜັດໂທລະສັບໂດຍກົງ
  3. ການເລືອກຊື້ເຄື່ອງຄວນຫຼີກເວັ້ນການສໍາຜັດຈັບບາຍເຄື່ອງທຸກຢ່າງ ແຕ່ຈົ່ງເລືອກຈັບບາຍແຕ່ສິ່ງທີ່ທ່ານມັກທີ່ສຸດ
  4. ຮັບປະກັນຢູ່ຫ່າງຈາກຜູ້ຂາຍ ຫຼື ລູກຄ້າຄົນອື່ນໆ ຢ່າງໜ້ອຍ 1 ແມັດຂຶ້ນໄປ ຫຼື ຈຸດທີ່ທ່ານຢາກຊື້ຍັງມີຄົນຫຼາຍກໍ່ຄວນລໍຖ້າເພື່ອຮັບປະກັນຕໍ່ສຸຂະພາບຂອງທ່ານເອງ ແລະ ຄົນອື່ນດ້ວຍ
  5. ດີທີ່ສຸດຄວນກຽມຖົງໃສ່ເຄື່ອງຂອງຕົນເອງມາແຕ່ເຮືອນ ແຕ່ຖ້າຕ້ອງເອົາຖົງຢາງມາຈາກຮ້ານຄ້າ ຫຼື ຕະຫຼາດ ທ່ານຄວນຂ້າເຊື້ອທີ່ຈຸດຫູຫິ້ວຂອງຖົງ ດ້ວຍການພົ່ນເຫຼົ້າຂ້າເຊື້ອກ່ອນເອົາເຂົ້າເຮືອນ ແຕ່ຄວນລະວັງບໍ່ໃຫ້ການສີດພົ່ນຂ້າເຊື້ອຖືກອາຫານໂດຍກົງ
  6. ເມື່ອເກັບມ້ຽນອາຫານທີ່ຊື້ມາແລ້ວ ຄວນໄດ້ລ້າງມືໃສ່ສະບູໃຫ້ສະອາດອີກຄັ້ງ
  7. ສ່ວນອາຫານທີ່ຊື້ມາຈາກຕະຫຼາດຄວນປຸງແຕ່ງໃຫ້ສຸກດີ ຫຼື ອຸ່ນຮ້ອນກ່ອນຈຶ່ງກິນ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...