spot_img
Homeຂ່າວຕ່າງປະເທດໃກ້ລາວຂຶ້ນທຸກວັນ! ຂອນແກ່ນພົບຜູ້ຕິດເຊື້ອໂຄວິດ-19 ໃນຈັງຫວັດຄົນທຳອິດ

ໃກ້ລາວຂຶ້ນທຸກວັນ! ຂອນແກ່ນພົບຜູ້ຕິດເຊື້ອໂຄວິດ-19 ໃນຈັງຫວັດຄົນທຳອິດ

Published on

ຄະນະຄວບຄຸມໂຣກ ຈັງຫວັດ ຂອນແກ່ນ ອອກມາຢືນຢັນເມື່ອເວລາ 20:00 ໂມງ ຂອງວັນທີ 17 ມີນາ 2020 ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດຂອງຈັງຫວັດ ເຊິ່ງເປັນຊາຍຄົນໜຶ່ງທີ່ເຄີຍຢູ່ໃນສະໜາມມວຍຮ່ວມກັບ ທ້າວ ແມັດທິວ ດິນ (ດາຣາໄທທີ່ຕິດເຊື້ອໂຄວິດເມື່ອບໍ່ດົນມານີ້).

ທ່ານ ສົມສັກ ຈັງຕະກຸລ ຜູ້ວ່າຣາຊະການຈັງຫວັດຂອນແກ່ນ ພ້ອມດ້ວຍຄະນະກຳມະການຄວບຄຸມໂຣກ ຈັງຫວັດ ຂອນແກ່ນ ລວມເຖິງຫົວໜ້າລັດຖະບານ ແລະ ອົງການທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມພົບປະກັບທ່ານ ພົນເອກ ອະນຸພົງ ເຜົ່າຈິນດາ ລັດຖະມົນຕີກະຊວງພາຍໃນ ແລະ ຜູ້ວ່າຣາຊະການຈັງຫວັດທົ່ວປະເທດ ເພື່ອວາງມາດຕະການເລັ່ງດ່ວນໃນການປ້ອງກັນວິກິດການຈາກການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19.

ໂດຍທາງຄະນະຄວບຄຸມໂຣກຈັງຫວັດຂອນແກ່ນເຫັນດີກັບມາດຕະການທີ່ທາງລັດຖະບານກຳນົດມາຖືວ່າເໝາະສົມ ໂດຍໄດ້ເນັ້ນໜັກໃນເລື່ອງການເລື່ອນກິດຈະກຳບາງຢ່າງທີ່ມີຄົນຈຳນວນຫຼາຍມາຮວມຕົວກັນ ພ້ອມທັງສັ່ງປິດສະຖານບໍລິການບາງແຫ່ງທີ່ເຂົ້າຂ່າຍຈະເກີດຄວາມສ່ຽງໃນການແຜ່ເຊື້ອໂຄວິດ-19, ສຳລັບງານບຸນປະເພນີຕ່າງໆກໍ່ຈຳເປັນຕ້ອງເລື່ອນອອກໄປຕາມຄວາມເໝາະສົມເພື່ອເປັນການປ້ອງກັນ ແລະ ຄວບຄຸມບໍ່ໃຫ້ເກີດການແຜ່ເຊື້ອໄວຣັດໂຄໂຣນາໃນພື້ນທີ່.

 

ຮຽບຮຽງຂ່າວ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...