spot_img
Homeຂ່າວພາຍ​ໃນໂຮງໝໍມະໂຫສົດຫຼັງໃໝ່ ມູນຄ່າ 751,8 ຕື້ກີບ ຄາດວ່າຈະສຳເລັດໄວໆ ນີ້

ໂຮງໝໍມະໂຫສົດຫຼັງໃໝ່ ມູນຄ່າ 751,8 ຕື້ກີບ ຄາດວ່າຈະສຳເລັດໄວໆ ນີ້

Published on

ວັນທີ 14 ພະຈິກ 2017 ນີ້ ຢູ່ທີ່ໂຮງໝໍມະໂຫສົດ ໄດ້ມີພິທີວາງສິລາເລີກ ການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມວາງສິລາເລີກຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ແລະສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກຄອມມູນິດຈີນ, ປະທານປະເທດຈີນ ພ້ອມດ້ວຍຄະນະນຳທັງສອງຝ່າຍ (ລາວ-ຈີນ) ເຂົ້າຮ່ວມ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ(ຂວາ) ແລະສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກຄອມມູນິດຈີນ, ປະທານປະເທດຈີນ(ຂວາ) ກຳລັງວາງສິລາເລີກ ກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ຮູບ: ຂປລ

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ລາຍງານວ່າ ໂຄງການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ເປັນໂຮງໝໍຂະໜາດໃຫຍ່ແລະມີຄວາມທັນສະໄໝສູງ ເຊິ່ງປະກອບມີ 600 ຕຽງ, ສູງ 8 ຊັ້ນ, ເນື້ອທີ່ດິນກໍ່ສ້າງ 31 ພັນຕາແມັດ, ພື້ນທີ່ຊົມໃຊ້ 54 ພັນຕາແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 600 ລ້ານກວ່າຢວນ ຫຼື ປະມານ 751,8 ຕື້ກີບ ( 1 ຢວນ = 1.253 ກີບ) ຄາດວ່າຈະສ້າງສຳເລັດໃນປີ 2020.

ໂຄງການດັ່ງກ່າວ, ເປັນໂຄງການຂະໜາດໃຫຍ່ທີ່ສຸດ, ຈຳນວນຕຽງ ແລະ ມູນຄ່າການກໍ່ສ້າງຫລາຍທີ່ສຸດທີ່ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອໃນການກໍ່ສ້າງໂຮງໝໍແກ່ຕ່າງປະເທດ.

ໂຮງໝໍມະໂຫສົດຫຼັງໃໝ່ ຈະສ້າງຂຶ້ນໃນບໍລິເວນດຽວກັນກັບໂຮງໝໍມະໂຫສົດໃນປັດຈຸບັນ ໂດຍຄ່ອຍໆສ້າງໄປເທື່ອລະອາຄານແລະມ້າງໄປເທື່ອລະອາຄານ.

ຮູບດ້ານໜ້າ ທາງເຂົ້າຫ້ອງສຸກເສີນ


ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...