spot_img
Homeຂ່າວພາຍ​ໃນໂຮງຮຽນເກົາຫຼີ ກັບມາເປີດຮຽນໄດ້ມື້ດຽວ ປິດຄືນອີກ ຫຼັງພົບນັກຮຽນຕິດເຊື້ອໂຄວິດ-19

ໂຮງຮຽນເກົາຫຼີ ກັບມາເປີດຮຽນໄດ້ມື້ດຽວ ປິດຄືນອີກ ຫຼັງພົບນັກຮຽນຕິດເຊື້ອໂຄວິດ-19

Published on

ສຳນັກຂ່າວ ຊີເອັນເອັນ ລາຍງານສະຖານະການໂຄວິດ-19 ເມື່ອວັນທີ 21​ ພຶດສະພາ 2020 ໃນເກົາຫຼີໃຕ້ວ່າ ໂຮງຮຽນຫຼາຍສິບແຫ່ງທົ່ວປະເທດທີ່ຫາກໍກັບມາເປີດຮຽນໄດ້ພຽງ 1​ ມື້ ຕ້ອງປິດຮຽນອີກຄັ້ງຫຼັງນັກຮຽນມັດທະຍົມ 2​ ຄົນ ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ເມືອງ ອິນຊອນ ຄາດວ່າມີຄວາມເຊື່ອມໂຍງກັບການລະບາດໃນ ອີແທວອນ ຍ່ານກາງຄືນຂອງເມືອງຫຼວງໂຊ ເຊິ່ງມີຜູ້ຕິດເຊື້ອກ່ອນໜ້ານີ້ຫຼາຍກວ່າ 200 ຄົນ.

ນອກຈາກນີ້, ໂຮງຮຽນມັດທະຍົມແຫ່ງໜຶ່ງໃນເມືອງ ແທກູ ສູນກາງການລະບາດໂຄວິດ-19 ຂອງເກົາຫຼີໃຕ້ ຕ້ອງສົ່ງນັກຮຽນກັບບ້ານ ແລະ ປິດຮຽນເຊັ່ນກັນ ຫຼັງຈາກທີ່ນັກຮຽນ 1 ຄົນ ບໍ່ສະບາຍດ້ວຍໂຣກດັ່ງກ່າວ ເຊິ່ງເປັນໜຶ່ງໃນນັກຮຽນ 17 ຄົນທີ່ຍ້າຍເຂົ້າມາຢູ່ຫໍພັກຂອງໂຮງຮຽນດັ່ງກ່າວບໍ່ເທົ່າໃດມື້.

ທັງນີ້ ໂຮງຮຽນໃນ ເກົາຫຼີໃຕ້ ກັບມາເປີດຮຽນຄືນເທື່ອທຳອິດໃນວັນພຸດ ວັນທີ 20 ພຶດສະພາ ເປັນຄັ້ງທຳອິດໃນຮອບ 3 ເດືອນທີ່ຜ່ານມາ ດ້ວຍມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ຕັ້ງແຕ່ກວດອຸນຫະພູມ ໃສ່ໜ້າກາກອະນາໄມ ແລະ ນັ່ງໂຕະຮຽນແຍກກັນຕາມແນວປະຕິບັດການຮັກສາໄລຍະຫ່າງທາງສັງຄົມ. ນັກຮຽນທີ່ໄດ້ຮັບອະນຸຍາດມາກັບຮຽນຕາມປົກກະຕິເປັນນັກຮຽນມັດທະຍົມສຶກສາ ສ່ວນນັກຮຽນລະດັບຊັ້ນອື່ນໆຈະກັບມາຮຽນໃນວັນທີ 8 ມິຖຸນາ.

ຊີເອເອັນ ຊີ້ແຈ້ງຕື່ມວ່າ ເກົາຫຼີໃຕ້ມີຍອດຜູ້ຕິດເຊື້ອຫຼາຍກວ່າ 11.000 ຄົນ ແລະ ເສຍຊີວິດ 264 ຄົນ ເຊິ່ງກໍເບິ່ງໄດ້ວ່າເກົາຫຼີໃຕ້ສາມາດຄວບຄຸມການລະບາດເປັນສ່ວນໃຫຍ່ໄດ້ແລ້ວ ແລະ ກຳລັງພະຍາຍາມໃຫ້ປະຊາຊົນກັບມາໃຊ້ຊີວິດຕາມປົກກະຕິ ແຕ່ຂ່າວການພົບຜູ້ຕິດເຊື້ອຫຼ້າສຸກເປັນນັກຮຽນສະທ້ອນວ່າ ການກັບມາເປີດໂຮງຮຽນອີກເທື່ອໜຶ່ງເປັນເລື່ອງຍາກ ແລະ ຍັງຈະມີຄວາມສ່ຽງຕໍ່ໄປ.

 

ຮຽບຮຽງຂ່າວໂດຍ: ລັດສະໝີ ພອນວິໄລ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...