ໂຮງກັ່ນນ້ຳມັນສຳເລັດຮູບ ລາວ-ຈີນ ມີຄວາມຄືບໜ້າ ຄາດສ້າງຜົນກຳໄລກວ່າ 400 ຕື້ຕໍ່ປີ!

ໂຄງການ​ກໍ່ສ້າງ​ໂຮງ​ກັ່ນ​ນ້ຳມັນ​ສຳເລັດ​ຮູບ ​ຈາກ​ຜົນ​ການ​ສຶກສາ​ເຫັນ​ວ່າ ໂຄງການ​ນີ້​ແມ່ນ​ມີປະ​ສິດທິ​ຜົນ​ໃນ​ທາງ​ທຸລະ​ກິດ​ສູງ ແລະ ມີ​ຄວາມ​ສຳຄັນ​ຕໍ່​ການ​ພັດທະ​ນາ​ເສດຖະກິດ-ສັງຄົມຂອງປະເທດ​ໂດຍ​ລວມ ເປັນຕົ້ນ​ແມ່ນປະຢັດ​ເງິນຕາ​ຈາກ​ການ​ນຳ​ເຂົ້າ ວັດຖຸ​ດິບ​ທີ່​ມີ​ລາຄາ​ຕ່ຳ​ກວ່າ​ລາຄາ​ນ້ຳມັນ​ສຳເລັດ​ຮູບ ​ທີ່​ນຳ​ເຂົ້າໂດຍ​ກົງ​ຈາກ​ຕ່າງປະເທດ ເປັນການ​ຄ້ຳປະກັນ​ການ​ສະໜອງ​ນ້ຳມັນ​ໃຫ້​ກັບ​ປະເທດ​ໄດ້​ຕໍ່​ເນື່ອງ ແລະ ແຮ​ຮອງ​ນ້ຳມັນ​ໄວ້​ໃນ​ເວລາ​ສຸກ​ເສີນ ສ້າງ​ວຽກ​ເຮັດ​ງານທຳ​ໄດ້ 200 ກວ່າ​ຕຳແໜ່ງ​ງານ ແລະ ສ້າງ​ມູນ​ຄ່າ​ເພີ່ມ​ໃນ​ຕ່ອງໂສ້​ການ​ຜະລິດ ເປັນຕົ້ນ ທຸລະ​ກິດການ​ຂາຍ​ສົ່ງ ທຸລະ​ກິດ​ການ​ຈັດຫາ​ວັດຖຸ​ດິບ ແລະ ອື່ນໆ ແລະ ຄາດ​ວ່າໃນ​ແຕ່​ລະ​ປີ​ໂຮງ​ກັ່ນ​ຈະ​ມີ​ຜົນ​ກຳໄລ​ປະມານ 405 ຕື້​ກີບ (ຖ້າເປັນ​ໄປ​ຕາມ​ແຜນການ​ຄິດໄລ່).

e93f1d853c2a81af191291b49bcc936b d9886ae0c699d53578ae7696e519954aທ່ານ ໄພບູນ ພົມ​ພະ​ພິ​ທັກ ຄະນະ​ສະພາ​ບໍລິຫານ​ໂຮງ​ກັ່ນ​ນ້ຳມັນ​ເປ​ໂຕຼ​ເຄ​ມີ​ລາວ-ຈີນ​ຕົງ​ແຢນຫຸ້ນ​ສ່ວນ ໄດ້​ລາຍ​ງານ​ກ່ຽວ​ກັບຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ກໍ່ສ້າງ​ ໂຮງ​ກັ່ນ​ນ້ຳມັນ​ສຳເລັດ​ຮູບວ່າ: ໂຄງການ​ນີ້​ໄດ້​ຖືກ​ສ້າງຕັ້ງຂຶ້ນ​ມາ​ພາຍ​ໃຕ້​ສັນຍາ​ຮ່ວມ​ທຶນ ໂຮງ​ກັ່ນ​ນ້ຳມັນ​ແຫ່ງ​ນີ້​ໄດ້​ຕັ້ງ​ຢູ່ ເຂດ​ພັດທະນາ​ກວມ​ລວມ​ໄຊ​ເຊດຖາ ເມື່ອ​ກໍ່ສ້າງ​ສຳເລັດ​ແລ້ວ​ຈະຜະລິດ (ກັ່ນ) ນ້ຳມັນ​ແອັດ​ຊັງ​ໄດ້ 238.800 ໂຕນ​ຕໍ່​ປີ ກາ​ຊວນ 385.000 ໂຕນ​ຕໍ່​ປີ ແກ໊ສ​ຫຸງ​ຕົ້ມ 15.200 ໂຕນ​ຕໍ່​ປີ ເບນ​ແຊນ 10.600 ໂຕນ​ຕໍ່​ປີ ແລະ ມາດ 3.800 ໂຕນ​ຕໍ່​ປີ ລວມ​ກັນ​ປະມານ 650.000 ໂຕນ.

ea326cf6cd7e17e253243c26fa385001

ແຫລ່ງຂ່າວ:

ວຈໝ