spot_img
Homeຂ່າວຕ່າງປະເທດໂອບາມາ ກຽມສົ່ງທະຫານກອງຕີພິເສດ ເຂົ້າໄປຊີຣີເພີ່ມອີກ 250 ຄົນ ລະບຸເພື່ອປາບໄອເອັສ!

ໂອບາມາ ກຽມສົ່ງທະຫານກອງຕີພິເສດ ເຂົ້າໄປຊີຣີເພີ່ມອີກ 250 ຄົນ ລະບຸເພື່ອປາບໄອເອັສ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ເມສານີ້ວ່າ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ໄດ້ປະກາດແຜນສົ່ງທະຫານກອງຕີພິເສດໄປຊີຣີ ເພີ່ມອີກ 250 ຄົນ ຊຶ່ງຈະເຮັດໃຫ້ມີທະຫານອາເມຣິກາ ເຂົ້າໄປປະຈຳການຢູ່ປະເທດຊີຣີເພີ່ມຂຶ້ນເປັນ 300 ຄົນ ເພື່ອຍົກລະດັບການໂຈມຕີ ກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ.

ທັງນີ້ ສົງຄາມກາງເມືອງຢູ່ຊີຣີ ໄດ້ຂ້າປະຊາຊົນຊາວຊີຣີໄປແລ້ວ ຫລາຍກວ່າ 250,000 ຄົນ ຕະຫລອດໄລະ 5 ປີຜ່ານມາ ໂດຍທ່ານໂອບາມາເອງ ໄດ້ເນັ້ນຢ້ຳມາຕະຫລອດວ່າ ຕົນເອງບໍ່ຄິດທີ່ຈະສົ່ງທະຫານພາກພື້ນດິນ ເຂົ້າໄປແຊກແຊງຢູ່ຊີຣີຢ່າງເດັດຂາດ, ແຕ່ແນວໃດກໍຕາມ ກອງທັບສະຫະລັດອາເມຣິກາ ໄດ້ຈັດສົ່ງທະຫານກອງຕີພິເສດ ເຂົ້າໄປປະຈຳການຢູ່ຊີຣີ ຈຳນວນ 50 ຄົນ ເມື່ອປີກາຍນີ້ແລ້ວ ຊຶ່ງເຈົ້າໜ້າທີ່ອາເມຣິກາໄດ້ລະບຸວ່າ ເປັນພາລະກິດເພື່ອຕໍ່ຕ້ານການກໍ່ການຮ້າຍ ຫາກບໍ່ແມ່ນການໄປໜູນຫລັງ ຊ່ວຍຝ່າຍໃດຝ່າຍໜຶ່ງ ໃນສົງຄາມຊີຣີ.
 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...