ທ່ານ ຄິມ ຍອງຊອນ, ທີ່ປຶກສາຜູ້ໃກ້ຊິດກັບທ່ານ ຄິມ ຈອງອຶນ, ຄວບຕໍາແໜ່ງປະທານຄະນະກຳມະການກາງ ພັກແຮງງານເກົາຫຼີເໜືອ ໄດ້ເດີນທາງໄປນິວຢອກ ເພື່ອຫາລືຄວາມເປັນໄປໄດ້ໃນການຈັດກອງປະຊຸມສຸດຍອດລະຫວ່າງທ່ານ ຄິມ ຈອງອຶນ, ຜູ້ນໍາເກົາຫຼີເໜືອ ແລະ ທ່ານ ໂດນັນ ທຣັມ, ປະທານປະເທດສະຫະລັດອາເມລິກາ.
ທ່ານ ຄິມ ຍອງຊອນ ມີກຳນົດຈະຫາລືກັບທ່ານ ໄມຄ໌ ປອມເປໂອ, ລັດຖະມົນຕີກະຊວງການຕ່າງປະເທດຂອງອາເມລິກາ ໃນວັນທີ 30-31 ພຶດສະພານີ້ ວ່າຈະສືບຕໍ່ຈັດກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງຜູ້ນໍາທັງສອງຫຼືບໍ່. ຢ່າງໃດກໍດີ, ມີລາຍງານວ່າເກົາຫຼີເໜືອ ແລະ ອາເມລິກາ ຍັງມີຄວາມເຫັນທີ່ແຕກຕ່າງກັນໃນປະເດັນຫຼັກກ່ຽວກັບການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ.
ທ່ານ ໄມຄ໌ ອອກມາສະແດງຂໍ້ຮຽກຮ້ອງຂອງລັດຖະບານອາເມລິກາຜ່ານທະວິດເຕີ້ Secreatart Pompeo ວ່າທ່ານຕັ້ງຕາລໍຖ້າມື້ທີ່ຈະໄດ້ໂອ້ລົມກັບທ່ານ ຄິມ ຍອງຊອນ ໃນນະຄອນນິວຢອກ ເພື່ອຫາລືເຖິງຄວາມເປັນໄປໄດ້ໃນການປະຊຸມສຸດຍອດລະຫວ່າງ 2 ປະເທດ ພ້ອມທັງກ່າວວ່າ ອາເມລິກາຍຶດໝັ້ນໃນການປົດອາວຸດນິວເຄຍຢ່າງສົມບູນຂອງເກົາຫຼີເໜືອເທິງແຫຼມເກົາຫຼີ ຕ້ອງສາມາດກວດສອບໄດ້ ແລະ ບໍ່ສາມາດປ່ຽນແປງໄດ້ຫຼັງຈາກຕົກລົງກັນແລ້ວ.
ລາຍງານຂ່າວຈາກເຈົ້າໜ້າທີ່ຝ່າຍອາເມລິກາລະບຸວງ່າ ການເຈລະຈາກ່ຽວກັບປະເດັນທີ່ຈະຫາລືກັນໃນກອງປະຊຸມມີຄວາມຄືບໜ້າລ່າຊ້າ ໂດຍຍັງມີການຖົກຖຽງກັນໃນ 2 ປະເດັນຫຼັກຄື: ຄໍາຈໍາກັດຄວາມຂອງການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ ແລະ ປະເດັນທີ່ວ່າທັງສອງຝ່າຍຈະຮ່ວມລົງມືດຳເນີນການໃນເລື່ອງຕ່າງໆ ໃນເວລາດຽວກັນຫຼືເວລາຕ່າງກັນ ເຊິ່ງປະເດັນດັ່ງກ່າວຍັງບໍ່ສາມາດສະຫຼຸບໄດ້.
ທາງດ້ານທຳນຽບຂາວຂອງອາເມລິກສອອກມາລະບຸວ່າ ການເຈລະຈາທີ່ເກີດຂຶ້ນໃນເຂດປອດທະຫານລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ເພື່ອກຽມການສຳລັບການປະຊຸມຄັ້ງປະຫວັດສາດດັ່ງກ່າວ ອາດຈະເກີດຂຶ້ນໃນວັນທີ 12 ມິຖຸນາຕາມກຳນົດເດີມໄດ້.