Homeວິທະຍາສາດ-ວິທະຍາການໂຣກມັກໃຊ້ຄວາມຮຸນແຮງ (Rage) ໂຣກມັກໃຊ້ຄວາມຮຸນແຮງ (Rage) ວິທະຍາສາດ-ວິທະຍາການສຸຂະພາບ ແລະ ສີ່ງແວດລ້ອມ Published on 30/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 1715 ວັນນີ້ເຮົາຈະມາຮູ້ຈັກກ່ຽວກັບ ໂຣກມັກໃຊ້ຄວາມຮຸນແຮງ ເຊິ່ງໂຣກນີ້ແມ່ນໜຶ່ງໃນອາການທາງຈິດ ທີ່ຄວນໄດ້ຮັບການຮັກສາຢ່າງຖືກວິທີ. ສຳລັບຫົວຂໍ້ນີ້ທາງທີມງານລາວໂພສຕ໌ ບໍ່ໄດ້ມີເຈດຕະນາທີ່ຈະເວົ້າໃຫ້ພາກສ່ວນ ຫຼື ກຸ່ມຄົນທີ່ມັກໃຊ້ຄວາມຮຸນແຮງຕັດສິນບັນຫາໃນເລື່ອງຕ່າງໆຫຼາຍກ່ວາການໃຊ້ເຫດຜົນ ແຕ່ພວກເຮົາຢາກສື່ໃຫ້ເຫັນເຖິງອາການ, ສາເຫດ ແລະ ວິທີຮັກສາຂອງໂຣກນີ້ ໃຫ້ທຸກທ່ານໄດ້ຮູ້ ຖ້າຫົວຂໍດັ່ງກ່າວເກີດສ້າງຄວາມບໍ່ພໍໃຈກັບບຸກຄົນໃດທາງພວກເຮົາກໍ່ຂໍອະໄພດ້ວຍ. ສາເຫດຂອງໂຣກນີ້ ອີງຕາມສາດສະດາຈານ ສີລິໄຊ ຫົງສະຫງວນສິຣິ ພາກວິໄຈຈິດເວນຕະສາດ ຄະນະແພດສາດໂຮງໝໍ ຣາມາທິບໍດີ ປະເທດໄທ ລະບຸວ່າ ບັນຫາຄວາມຮຸນແຮງເກີດຈາກຫຼາຍໆສາເຫດ ຕັ້ງແຕ່ການລ້ຽງດູຂອງພໍ່ແມ່ ພຶດຕິກຳການຮຽນແບບຂອງຕົວເອງ ພັດທະນາການສະໝອງຕັ້ງແຕ່ຢູ່ໃນທ້ອງ, ບັນຫາຕ່າງທີ່ຜ່ານເຂົ້າມາໃນຊີວິດ ຫຼື ຄວາມຜິດປົກກະຕິທາງຈິດ ເຊັ່ນ: ເປັນໂຣກຊຶມເສົ້າ, ໂຣກໄພລາສ໌ ເຮັດໃຫ້ການຄວບຄຸມອາລົມບົກຜ່ອງ ເຊິ່ງອາດກໍ່ໃຫ້ເກີດໂຣກມັກໃຊ້ຄວາມຮຸນແຮງໄດ້. ອາການຂອງໂຣກນີ້ ມັກຈະເປັນຄົນງຸດງິດງ່າຍ ມັກລຳຄານງ່າຍ ອາລົມເສຍໄດ້ງ່າຍ ໂວຍວາຍໄດ້ກັບທຸກຢ່າງ ຫຼື ຖ້າຖືກຂັດໃຈ ຖືກໃຜເຮັດໃຫ້ບໍ່ພໍໃຈ ຖືກກະທຳ ອາດລະເບີດຢ່າງຮຸນແຮງ ເໝືອນບໍ່ສາມາດຄວບຄຸມຕົວເອງໄດ້. ການຮັກສາ ສຳລັບເດັກນ້ອຍ ການລ້ຽງດູຕັ້ງແຕ່ເກີດທຳອິດສຳຄັນຫຼາຍ ຄວາມຜູກພັນການເອົາໃຈໃສ່ຈະຊ່ວຍໃຫ້ເດັກນ້ອຍມີສຸຂະພາບຈິດທີ່ດີ ແລະ ມີຄວາມພ້ອມໃນທຸກໆດ້ານທີ່ສຳຄັນຍັງຊ່ວຍໃຫ້ລູກສາມາດຄຸມຕົວເອງໄດ້ອີກ. ສ່ວນໃນການຮັກສາໄວໜຸ່ມທີ່ມັກໃຊ້ຄວາມຮຸນແຮງ ຜູ້ປົກຄອງຄວນທຳຄວາມເຂົ້າໃຈເຂົາໃຫ້ຫຼາຍ ພ້ອມກັນນັ້ນກໍ່ຄວນເອົາໃຈໃສ່ຢ່າງພໍເໝາະພໍຄວນ ຫຼື ໃນກໍລະນີທີ່ອາການໜັກຄົນທີ່ເຮືອນເອົາບໍ່ຢູ່ ຄວນພາໄປປຶກສາແພດສະເພາະທາງເພື່ອການຮັກສາ. ຢ່າງໃດກໍ່ຕາມ ຄົນທີ່ມີບັນຫາ ຫຼື ມີອາການທາງຈິດບໍ່ໄດ້ໝາຍຄວາມວ່າບໍ່ແມ່ນຄົນດີ ພວກເຂົາຄວນໄດ້ຮັບການຮັກສາດ້ວຍຄວາມຮັກ ຄວາມເຂົ້າໃຈຈາກຄອບຄົວ, ໝູ່ເພື່ອນ ແລະ ຄົນໃນສັງຄົມ. Tagsບັນຫາທາງຈິດສຸຂະພາບໂຣກຈິດໂຣກມັກໃຊ້ຄວາມຮຸນແຮງ (Rage) ບົດຄວາມຫຼ້າສຸດ ຂ່າວຄາດຕະກຳ ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ... 11/05/2025 ຂ່າວພາຍໃນ 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,... 07/05/2025 ຂ່າວພາຍໃນ ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່... 06/05/2025 ຂ່າວພາຍໃນ ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ... 06/05/2025