spot_img
Homeຂ່າວຕ່າງປະເທດໂດນັລ ທຣັມ ເຄີຍເອີ່ຍ ຈະບໍ່ຮັບເອົາເງິນເດືອນ ປະທານາທິບໍດີປີລະ 450,000 ໂດລາ

ໂດນັລ ທຣັມ ເຄີຍເອີ່ຍ ຈະບໍ່ຮັບເອົາເງິນເດືອນ ປະທານາທິບໍດີປີລະ 450,000 ໂດລາ

Published on

ໃນຕອນນີ້ ທ່ານ ໂດນັລ ທຣັມ ຖືວ່າເປັນປະທານາທິບໍດີຄົນທີ່ 45 ຂອງສະຫະລັດອາເມລິກາແລ້ວ ເຫຼືອພຽງແຕ່ການເຂົ້າພິທີສາບານຕົນໃນເດືອນ ມັງກອນ 2017 ກໍ່ຈະເຂົ້າຮັບຕຳແໜ່ງຢ່າງເປັນທາງການ

ໂດຍເມື່ອວັນທີ 12 ພະຈິກ 2016 ເວັບໄຊເດລີເມລ ໄດ້ນຳຂໍ້ມູນເມື່ອວັນທີ 17 ກັນຍາ 2015 ມາເຜີຍໃຫ້ຮັບຮູ້ກັນ ເມື່ອໃນວັນທີ່ ທ່ານ ໂດນັລ ທຣັມ ໄດ້ໄປຮ່ວມງານປາໄສທີ່ເມືອງ ຣໍເຊສເຕີຣ ໃນລັດນິວຢອກ ພ້ອມກັບກ່າວວ່າ:​ “ສິ່ງທຳອິດທີ່ຂ້ອຍຢາກຈະບອກຄື ຖ້າຫາກຂ້ອຍໄດ້ເປັນປະທານາທິບໍດີ ຂ້ອຍຈະບໍ່ຮັບເງິນເດືອນ ເຂົ້າໃຈບໍ່ ມັນບໍ່ແມ່ນເລື່ອງໃຫຍ່ສຳລັບຂ້ອຍ”

ນອກຈາກນີ້ເມື່ອວັນທີ 21 ກັນຍາ 2015 ປີຜ່ານມາ ໄດ້ມີຜູ້ໃຊ້ບັນຊີທະວິດເຕີ້ຄົນໜຶ່ງ ສົ່ງຄຳຖາມໄປຖາມກັບທະວິດເຕີ້ @realDonald Trump ຂອງໂດນັລທຣັມວ່າ “ທ່ານຈະຖິ້ມເງິນເດືອນປະທານາທິບໍດີແທ້ບໍ່? ຖ້າທ່ານໄດ້ຮັບເລືອກ “

ທາງໂດນັລ ທຣັມ ຈິ່ງໄດ້ອອກຄລິບອັດວິດີໂອຕອບກັບໄປຢ່າງຊັດເຈນວ່າ “ທຸລະກິດຂອງຂ້ອຍສາມາດຫາເງິນໄດ້ຫຼາຍກວ່ານັ້ນ ຖ້າເລື່ອງເງິນເດືອນມັນເຮັດໃຫ້ເປັນກັງວົນຫຼາຍ ຂ້ອຍຈະບໍ່ຂໍຮັບເງິນເດືອນແມ່ນແຕ່ໂດລາດຽວ”

ສຳລັບເງິນເດືອນຂອງປະທານາທິບໍດີສະຫະລັດນັ້ນ ລະບຸໄວ້ວ່າ 400,000 ໂດລາ ຕໍ່ປີ ແລະ ມີເງິນເບ້ຍລ້ຽງພິເສດອີກປະມານ 50,000 ໂດລາ

d1_1

 

ຂ່າວຈາກ: http://hilight.kapook.com/view/144978
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...