ໂຍມຖາມ ແບບນີ້ກໍໄດ້ຫວາ?

ມື້ວານນີ້ ວັນທີ 20 ພະຈິກ 2017 ນັກຂ່າວລາວໂພດໄດ້ລາຍງານວ່າ ຢູ່ວັດຫາຍໂສກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີປ້າຍແນະນຳຈອດລົດ ຂອງບໍລິສັດຕັ້ງໄວ້ ແລະມີຂໍ້ແນະນຳໃນປ້າຍວ່າ ບ່ອນຈອດລົດຂອງບໍລິສັດໂດຍສະເພາະ ຄົນນອກຫ້າມຈອດລົດ.

ປ້າຍດັ່ງກ່າວນັ້ນ, ເຮັດໃຫ້ອອກຕົນຍາດໂຍມຕັ້ງຂໍ້ສົງໄສໄປຕ່າງໆ ນານາ ບາງຄົນສົງໄສວ່າວັດນີ້ອະນຸຍາດເຊົ່າ ແຕ່ບາງຄົນເວົ້າວ່າມັນບໍ່ແມ່ນແບບນັ້ນ ນີ້ເປັນບໍລິສັດມາເຊົ່າສະຖານທີ່ຂອງວັດເປັນບ່ອນຈອດລົດ ເພາະເຂດດັ່ງກ່າວຫາບ່ອນຈອດລົດຍາກ, ໃນຂະນະທີ່ບາງຄົນພັດໃຫ້ທັດສະນະວ່າ ຄັນສາມາດເຊົ່າເດິ່ນວັດໄດ້ ອີກບໍ່ດົນກໍອາດຈະມີການເຊົ່າກຸດຕິຄູບາເປັນຫ້ອງການ ຫຼືເປັນຮ້ານກາເຟກໍໄດ້.

ນີ້ກໍເປັນພຽງຂ່າວທີ່ຍາດໂຍມຕັ້ງຂໍ້ສົງໄສຊື່ໆ ທີ່ຈິງແລ້ວອາດຈະມີການອະນຸຍາດຈາກ ຄະນະກຳມະການວັດຢ່າງຖືກຕ້ອງແລ້ວ ໂດຍອີງໃສ່ຄວາມຈຳເປັນທາງດ້ານສະຖານທີ່ຈອດລົດກໍໄດ້ ຄືດັ່ງເຮົາເຫັນຫຼາຍວັດໃນເຂດໃນເມືອງ ກໍໄດ້ມີນັກຂັບຂີ່ເອົາລົດຂອງຕົນເຂົ້າໄປຈອດໃນເວລາໄປການ ທີ່ແຕກຕ່າງກໍພຽງແຕ່ວ່າຫຼາຍວັດນັ້ນ ບໍ່ມີປ້າຍເອກະສິດຄືແບບນີ້ທໍ່ນັ້ນ.