Homeນານາສາລະທຸລະກິດມັກເກີດເທິງໂຕະອາຫານ

ທຸລະກິດມັກເກີດເທິງໂຕະອາຫານ

Published on

ຂ້ອຍວ່າເຈົ້າຄົງໄດ້ຍິນຕະຫຼອດວ່າ ໃຜເປັນເຈົ້າຂອງບໍລິສັດຮັບເໝົາກໍ່ສ້າງ ຖ້າຢາກໄດ້ໂຄງການນຳລັດ ຕ້ອງຮູ້ຈັກຜູ້ໃຫຍ່ ໂດຍການໄປຕີກ໊ອບນຳເພິ່ນ, ເອົາຂອງຂວັນໄປໃຫ້ ເພື່ອເຂົ້າສັງຄົມທີ່ເຕັມໄປດ້ວຍຄົນທີ່ມີອຳນາດເພື່ອໃຫ້ຜົນປະໂຫຍດກັບໂຕເອງ.

ເລື່ອງນັ້ນທຸກຄົນຮູ້ດີ, ແຕ່ບົດນີ້ຂ້ອຍບໍ່ໄດ້ມາເວົ້າວ່າເຮັດແນວໃດຈຶ່ງຈະໄດ້ໂຄງການແບບນັ້ນ ເພາະບໍ່ເຄີຍເຮັດຈັກເທື່ອ. ແຕ່ຂ້ອຍຢາກບອກວ່າ ການມີຄົນຮູ້ຈັກຫຼາຍຫຼືທີ່ເຂົາເອີ້ນວ່າ “Connections” ນັ້ນຄືໜຶ່ງໃນການສ້າງໂອກາດໃນການເຮັດທຸລະກິດ ຫຼືຈະເວົ້າວ່າມີ Know How ບໍ່ເທົ່າ Know Who .

ຂ້ອຍເຊື່ອວ່າເຈົ້າຄົງເຄີຍໄດ້ຍິນວ່າ “ທຸລະກິດເກີດເທິງໂຕະອາຫານ ການຈ້າງງານເກີດໃນວົງເຫຼົ້າ” ອັນນີ້ຄືເລື່ອງຈິງ, ມະນຸດເປັນສັດສັງຄົມ ແລະເຮົາມັກໃຫ້ໂອກາດຄົນທີ່ເຮົາຮູ້ຈັກຫຼາຍກວ່າ.

ທຸລະກິດບໍ່ໄດ້ເກີດຈາກການໂທໄປແບບບໍ່ມີການນັດໝາຍ ໄປຂໍນັດສະເໜີສິນຄ້າສະເໝີໄປ ແຕ່ຫຼາຍຄັ້ງມັນເກີດຈາກການຖືກຊະຕາຈາກການໄດ້ໂອ້ລົມກັນໃນຮ້ານກາເຟ, ໃນຂະນະທີ່ເຈົ້າຮູ້ຈັກກັນໃນງານສຳມະນາ ຫຼືແມ່ນກະທັ່ງຕອນຂຶ້ນລິບ ຂໍພຽງເຈົ້າພາໂຕເອງໄປຢູ່ໃຫ້ຖືກບ່ອນເພື່ອໃຫ້ໄດ້ໃກ້ຊິດກັບຄົນລະດັບນີ້.

ເຕັນນິກງ່າຍໆຄື ສ້າງຄວາມຮູ້ຈັກຮັກແພງກັບທຸກຄົນຢ່າງສະໜິດ ເມື່ອມີໂອກາດເຊັ່ນ ເມື່ອຂ້ອຍໄປດອງ ໝູ່ເຂົາແນະນຳໃຫ້ຮູ້ຈັກໃຜ ຂ້ອຍຈະພະຍາຍາມຖາມເຈາະເລິກກັບຄົນທີ່ຫາກໍຮູ້ຈັກແບບສຸພາບ, ພະຍາຍາມສົນໃຈໃນສິ່ງທີ່ເຂົາເຮັດໄດ້. ແລ້ວເມື່ອມີໂອກາດຂ້ອຍກໍນຳສະເໜີໂຕເອງວ່າສາມາດເຮັດຫຍັງໄດ້ແດ່ ຈົນດຽວນີ້ໃຜຢາກລົງທຶນໃນຫຸ້ນຫຼືສ້າງເວັບໄຊ ຄົນເຫຼົ່ານີ້ຈະໂທຫາຂ້ອຍກ່ອນໝູ່.

ເຈົ້າອາດຈະຄິດວ່າຂ້ອຍນັ້ນບໍ່ຈິງໃຈ ທີ່ທຳຄວາມຮູ້ຈັກເພື່ອຜົນປະໂຫຍດ ແຕ່ເຈົ້າລອງຄິດດີໆແລ້ວບໍ່ແມ່ນເລີຍ ເພາະເວລາທີ່ເຂົາຕ້ອງການຂ້ອຍ ເຂົາຕ້ອງການຄວາມຊ່ວຍເຫຼືອ ແລະຂ້ອຍກໍຊ່ວຍເຫຼືອເຂົາ.

ຂ້ອຍແນະນຳໂຕເອງວ່າ ສາມາດແກ້ບັນຫາໃຫ້ເຂົາໄດ້ ເພື່ອເພິ່ມໂອກາດໃຫ້ໂຕເອງ. ຂ້ອຍມີໝູ່ຫຼາຍຄົນທີ່ເປັນນັກອອກແບບອິດສະຫຼະ, ຂ້ອຍສົງໄສວ່າເຂົາໄດ້ວຽກແນວໃດ ໃນແຕ່ລະຄັ້ງ? ເຂົາບອກວ່າສ່ວນຫຼາຍມາຈາກບໍລິສັດທີ່ເຄີຍເຮັດວຽກໃຫ້ ແລະຄົນຮູ້ຈັກ, ຕອນທຳອິດລູກຄ້າກໍບໍ່ຫຼາຍ ແຕ່ເມື່ອຜ່ານໄປ ຄົນຮູ້ຈັກເລິ່ມຫຼາຍ ວຽກເຂົ້າມາຈົນຮັບເຮັດນຳບໍ່ທັນ.

ໃນການເຮັດທຸລະກິດໃຫ້ປະສົບຜົນສຳເລັດ ນີ້ຄືໜຶ່ງໃນຄຸນສົມບັດທີ່ຕ້ອງມີ ແຕ່ກໍບໍ່ໄດ້ສຳຄັນລະດັບຕົ້ນໆດອກ, ຂ້ອຍວ່າຖ້າເຈົ້າເຊື່ອໝັ້ນໃນເປົ້າໝາຍຂອງໂຕເອງ ແລ້ວລົງມືືເຮັດຢ່າງບໍ່ຢຸດຢັ້ງ ເຈົ້າກໍປະສົບຜົນສຳເລັດໄດ້ຄືກັນ ພຽງແຕ່ວ່າມັນຈະຍາກກວ່າ ຖ້າເຈົ້າບໍ່ມີ Connections.

ກ່າຍຈາກໜັງສືຊຸດ: ຄິດແບບນັກທຸລະກິດ ຂຽນໂດຍ: ເອກກະສິດ ສິລິຈັກ ມີວາງຂາຍຕາມຮ້ອນເອັມພອຍມາກທົ່ວໄປ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...