spot_img
Homeຂ່າວພາຍ​ໃນໂຈນແສບ ແອບອ້າງເປັນເຈົ້າໜ້າທີ່ອາກອນ ຊີງຄຳໜັກ 5 ບາດຫຼົບໜີ ແຕ່ບໍ່ລອດ!

ໂຈນແສບ ແອບອ້າງເປັນເຈົ້າໜ້າທີ່ອາກອນ ຊີງຄຳໜັກ 5 ບາດຫຼົບໜີ ແຕ່ບໍ່ລອດ!

Published on

Akone fake

 

ເຈົ້າໜ້າທີ່ສາມາດຈັບຕົວ ທ້າວ ສຸກ ພົມມະຈັນ ອາຍຸ 31 ປີ ຢູ່​ບ້ານ​ຄັນ​ເກິ​ງ ​ແລະ ທ້າວ ອ່າງ​ຄຳ ອາຍຸ 25 ປີ

ຢູ່​ບ້ານ​ໂນນ​ດູ່ ​ເມືອງ​ປາກ​ເຊ ​ແຂວງຈຳປາ​ສັກ ເພື່ອມາ​ດຳ​ເນີນ​ຄະດີ ​ເມື່ອ​ທ້າຍ​ເດືອນ​ມິຖຸນາຜ່ານ​ມານີ້

ພາຍຫລັງ​ພວກ​ກ່ຽວ​ຮ່ວມ​ກັນ​ແອບ​ອ້າງ​ ວ່າເປັນ​ພະນັກງານ​ອາກອນ​ແຂວງ​ຈຳປາ​ສັກ ແລະ ​ໄດ້​ເຂົ້າກວດ

ກາ​ເອກະສານຢູ່​ຮ້ານ​ຂາຍ​ຄຳ​ແຫ່ງ​ໜຶ່ງ​ ພາຍໃນຕະຫລາດ​ເມືອງ​ປາກ​ຊ່ອງ ແຂວງຈຳປາສັກ ​ແລ້ວກໍ່ເຫດ

​ຊີງ​ເອົາ​ຄຳ​ຮູບ​ປະພັນ​ໜັກ 5 ບາດ ຂຶ້ນລົດຈັກ​ຫລົບໜີ​ໄປ, ຈາກ​ນັ້ນ​ເຈົ້າຂອງ​ຮ້ານ​ຈຶ່ງ​ໄດ້​ຂັບ​ລົດ​ໃຫຍ່​ໄລ່​ຕາມ

ພ້ອມ​ທັງ​ແຈ້ງ​ໃຫ້​ເຈົ້າໜ້າ​ທີ່​ຊ່ວຍ​ໄລ່​ຕິດຕາມ ​ໃນ​ທີ່​ສຸດ​ກໍ​ສາມາດ​ຈັບ​ກຸມ​ຕົວ​ຄົນ​ຮ້າຍ​ທັງ​ສອງ ​ໄດ້​ຢູ່ທີ່​ເຮືອນ

​ຂອງ​ພວກ​ກ່ຽວ​ ເພື່ອມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

 

ແຫຼ່ງຂ່າວ: ໜັງສືພິມລາວພັດທະນາ

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...