spot_img
Homeຂ່າວຕ່າງປະເທດແອັດສະປາຍເກີດເຫດໄຟໄໝ້ປ່າຮຸນແຮງ

ແອັດສະປາຍເກີດເຫດໄຟໄໝ້ປ່າຮຸນແຮງ

Published on

ໃນວັນທີ 9 ມິຖຸນາ ສຳນັກຂ່າວຣອຍເຕີ ໄດ້ລາຍງານວ່າ: ເກີດເຫດໄຟໄໝ້ຮຸນແຮງ ໃນເຂດພູເຂົາທາງໃຕ້ຂອງ ແອັດສະປາຍ ສົ່ງຜົນໃຫ້ ແອັດສະປາຍ ຕ້ອງອົບພະຍົບປະຊາຊົນທັ້ງເມືອງ ເພື່ອຄວາມປອດໄພ.

ໂດຍຕົ້ນເຫດຂອງໄຟປ່າໃນເທື່ອນີ້ ມາຈາກເຂດພູເຂົາເມືອງເບນາຮາວິສ ໃກ້ກັບເມືອງມາລາກາ ເຊິ່ງເປັນໜຶ່ງໃນເມືອງເກົ່າແກ່ທີ່ສຸດໃນໂລກ ທີ່ຢູ່ທາງໃຕ້ຂອງ ແອັດສະປາຍ ແລະ ກ່ອນທີ່ໄຟຈະລາມໄປຢ່າງຮຸນແຮງ ຈົນປ່ອຍຄວັນດຳປົກຄຸມໄປທົ່ວບໍລິເວນໃນຫຼາຍກິໂລແມັດ, ສົ່ງຜົນໃຫ້ທາງການຕ້ອງສັ່ງອົບພະຍົບປະຊາຊົນ ອອກຈາກເມືອງຈຳນວນຫຼາຍກວ່າ 9 ພັນຄົນ ທີ່ຢູ່ພາຍໃນພື້ນທີ່ສ່ຽງອອກນອກເມືອງຢ່າງບໍ່ມີກຳນົດ.

ປັດຈຸບັນ ມີລາຍງານຈາກເຈົ້າໜ້າທີ່ດັບເພີງໄດ້ຮັບບາດເຈັບ 3 ຄົນ ຂະນະທີ່ທາງ ແອັດສະປາຍ ໄດ້ລະດົມກະລັງເຈົ້າໜ້າທີ່ດັບເພີງ 140 ຄົນ ພ້ອມກຳລັງເຮືອບິນດັບເພີງ 15 ລຳ ແລະ ໜ່ວຍທະຫານສະເພາະກິດ 1 ຊຸດ ເລັ່ງດັບໄຟປ່າໝົດຄືນທີ່ຜ່ານມານີ້ ຂະນະທີ່ເຈົ້າໜ້າທີ່ຍັງເປີດເຜີຍວ່າ ຈາກກຳລັງແຮງລົມປະມານ 40 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ໄຟປ່າລາມໄປສະເລ່ຍເຖິງ ນາທີລະ 30 ແມັດ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...