ແຫ່ງທຳອິດໃນຈີນໃຊ້ເທັກໂນໂລຢີ VR ບຳບັດຜູ້ປ່ວຍຢາເສບຕິດ

ສຳນັກຂ່າວ China Xinhua News ລາຍງານວ່າ ຄະນະກຳມະການຟື້ນຟູສັກກະຍາພາບຜູ້ຕິດຢາເສບຕິດຊຽງໄຮ້ ໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ ສູນຟື້ນຟູສັກກະຍາພາບຜູ້ຕິດຢາໃນຊຽງໄຮ້ໃຊ້ເທັກໂນໂລຢີພາບເໝືອນ (Virtual Reality ຫຼື VR) ເຂົ້າຊ່ວຍບຳບັດຜູ້ຕິດຢາເສບຕິດເປັນແຫ່ງທຳອິດໃນຈີນ

ຄົນທີ່ໃສ່ແວ່ນ VR ເຊິ່ງມີລະບົບຕິດຕາມການເຄື່ອນໄຫວຂອງໜ່ວຍຕາ ຈາກນັ້ນຈະສຳນຶກພາບເໝືອນຍ່າງເຂົ້າໄປໃນສາກຈຳລອງທີ່ມີຢາເສບຕິດຢູ່ ການເຄື່ອນໄຫວຂອງໜ່ວຍຕາ ແລະ ປັດໄຈທີ່ຊີ້ວັດທາງວິທະຍາສາດອື່ນໆ ຢ່າງຊັດເຈນ ຈັງຫວະການເຕັ້ນຂອງຫົວໃຈ ແລະ ການນຳໄຟຟ້າຂອງຜິດໜັງ ຈະຖືກບັນທຶກໄວ້ເພື່ອວັດລະດັບຂອງຜູ້ຕິດຢາເສບຕິດຢູ່ໃນລະດັບໃດ ໂດຍວິທີການວິໄຈໂດຍຕົງ.