Homeຂ່າວທ້ອງຖິ່ນບາງທັດສະນະຂອງລາວ ທີ່ມີຕໍ່ກອງປະຊຸມພັກກອມ ມູນິດຈີນ

ບາງທັດສະນະຂອງລາວ ທີ່ມີຕໍ່ກອງປະຊຸມພັກກອມ ມູນິດຈີນ

Published on

ທ່ານ ສີຄູນ ບຸນວິໄລ ເລຂາທິການສະມາຄົມ ມິດຕະພາບ​ລາວ-ຈີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຈາກວິທະຍຸ CRI ປະຈຳ​ລາວ ​ແລະ ຂ່າວສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 17 ຕຸລາ ​ນີ້​ວ່າ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​​ທົ່ວ​ປະ​ເທດ ຄັ້ງທີ XIX ຂອງ​ພັກ​ກອມ​ມູນິ​ດຈີນ ​ແມ່ນ​ເຫດ​ການ ​ການເມືອງ​ທີ່​ມີ​ຄວາມໝາຍສຳຄັນ​ຍິ່ງ​ ໃນ​ຊີວິດ​ການ​ເມືອງ​ຂອງພັກ​ກອມ​ມູນິດຈີນ, ​ເຊິ່ງ​ໄດ້​ໄຂ​ຂຶ້ນ​ໃນ​ໄລຍະ​ສຳຄັນ​ ຂອງການ​ກຳນົດ​ຍຸດທະ​ສາດ ​ແລະ ວາງ​ນະ​ໂຍບາຍ​ເພື່ອບັນ​ລຸ​ການ​ສ້າງ​ສັງຄົມອັນ​ອິ່ມໜ່ຳສຳລານ​ຮອບດ້ານ ​ແລະ ຄວາມ​​ຝັນຂອງ​ຈີນ ​ໃນ​ການ​ຟື້ນຟູ​ຄວາມ​ຮຸ່ງ​ເຮືອງ​ສີວິ​ໄລ ​ຂອງ​ເຊື້ອຊາດ​ຈີນ ​ໃນ​ກາງ​ສັດຕະວັ​ດທີ 21 ​ໃຫ້​ປາ​ກົດຜົນ​ເປັນ​ຈິງ​ຢ່າງ​ມີ​ໄຊ.

ທ່ານ ສີຄູນ ບຸນວິໄລ ​ໄດ້ຕີ​ລາຄາ​ສູງຕໍ່​ແນວ​ທາ​ງການ​ປະຕິ​ຮູບ ​ແລະ ນະ​​ໂຍບາຍ​ ການ​ພັດ ທະນາ​ຂອງ​ສະຫາຍ ສີ​ຈິ​ນຜິ​ງ ​ເຊິ່ງ​ໄດ້​ມີ​ແບບ​ແຜນການ​ນຳພາ ​ຢ່າງ​ກວມ​ລວມຮອບ​ດ້ານ ຕາ​ມ​ແນວ​ຄິດ​ໃໝ່, ຍຸດທະສາດໃໝ່ ​ແລະ ມາດ​ຕະການ​ໃໝ່ ພາຍ​ໃຕ້​ສະພາ​ບການ​ໃໝ່ ​ແຫ່ງ​ການ​ພັດທະນາ​​ຢ່າງ​ໜັກ​ແໜ້ນ,​​ແນ​ໃສ່​ຊຸກຍູ້​ການ​ດຳ​ເນີນການ​ພັດທະນາ 5 ປະການ​ ໃນໜຶ່ງດຽວ, ຍຸດ​ທະ​ສາດ 4 ຮອບ​ດ້ານ ​ແລະ ​ເປົ້າໝາຍສູ່ຊົນ​ 100 ປີ 2 ​ເຫດ​ການ ດ້ວຍ​ບາດ​ກ້າວທີ່​ໜັກ​ແໜ້ນ. ກອງປະ ຊຸມດັ່ງກ່າວ, ແມ່ນມີຄວາມໝາຍສຳຄັນ ທ່າມກາງ ຈີນພວມ ຢູ່ຕໍ່ໜ້າໄລຍະຫົວລ້ຽວຫົວຕໍ່ ເພື່ອໃຫ້ປະສົບຜົນສຳເລັດ ເປົ້າໝາຍ ໃນການກໍ່ສ້າງສັງຄົມໃຫ້ອີ່ມໝຳສຳລານຢ່າງຮອບດ້ານ ແລະ ຊຸກຍູ້ການພັດທະນາສັງຄົມນິຍົມຈີນ ໃຫ້ມີສີສັນ ພິເສດ.

ທ່ານ ​ກ່າວຕື່ມ​ວ່າ: ສປ ຈີນ ​ເປັນ​ປະ​ເທດ​ທີ່​ມີ​ແຜ່ນດິນ​ໃຫຍ່ອັນ​ດັບ​ທີສາມ ຂອງ​ໂລກ, ມີ​ພົນລະ​ເມືອງ​ຫລາຍ​ເປັນອັນ​ດັບ​ໜຶ່ງ, ສັງຄົມ​ຂອງຈີນ ຈະ​ບໍ່​ມິ​ຄວາມ​ສັບ​ສົນ ​ແລະ ຢູ່ດ້ວຍ​ກັນ​ຢ່າງ​ມີ​ຄວາມ​ສາມັກ​ຄີ​ປອງ​ດອງ. ນອກຈາກ​ນີ້, ຜົນງານ​ທີ່​ຂ້າພະ​ເຈົ້າ ​ສຳ​ພັດ​ໄດ້​ແມ່ນການ​ພັດທະນາ​ເຕັກນິກວິທະຍາສາດ​ທີ່​ທັນ​ສະ​ໄໝ ນັບ​ມື້​ນັບລື່ນ​ກາຍ​ປະ​ເທດ​ທີ່​ພັດທະນາໄປ​ກ່ອນ ​ແລະ ການ​ສ້າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ ​ແມ່ນ​ເຂັ້ມ​ແຂງ​ ສາມາດ​ເປັນ​ອີງ​ໃຫ້​ແກ່​ສັນຕິພາບ​ຂອງ​ໂລກ​ໄດ້.ການ​ພັດທະນາ​ຂອງ​ຈີນ​ ມັນ​​ໄດ້ສົ່ງ​ຜົນ​ກະທົບ​ຕໍ່ທຸກ​ປະ​ເທດ ທີ່ໄດ້​ຮັບ​ຜົນ​ປະ​​ໂຫຍ​ດຈາກ​ການ​ພັດ​ທະນາ​ຂອງ​ຈີນ. ສະ​ນັ້ນ, ກອງ​ປະຊຸມ​ຄັ້ງ​ນີ້ຄິດ​ວ່າ​ ຈະ​ວາງ​ແນວທາງ​ນະ​ໂຍບາຍ​ການ​ເມືອງ​ຢ່າງຮອບຄອບ ​ແລະ ລະອຽດ​ເຮັດ​ໃຫ້​ສັງຄົມ​ຈີນ ​ອີ່ມ​ໜຳ​ສຳລານ​​ໃນ​ປີ 2020 ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຈີນ ຈະ​ຖືກ​ລຶບລ້າງ.

ສຳລັບ ສປປ ລາວ ກໍ​ເປັນ​ປະ​ເທດ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ ສປ ຈີນ, ຊຶ່ງ​ໄດ້​ຮັບ​ຜົນ​ສະທ້ອນ​​ໂດຍ​ກົງທີ່​ລັດຖະບານ​ຈີນ ​ໃຫ້ການ​ຊ່ວຍ​ເຫລືອ​ເປັນ​ຕົ້ນ​ແມ່ນ ການ​ກໍ່ສ້າງ​ຖະໜົນ​ຫົນທາງ, ຕຶກ​ອາຄານ, ສູນ​ການ​ຄ້າ ​ແລະ ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ. ​ນອກຈາກ​ນີ້, ຍັງ​ໃຫ້ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ເຕັກນິກ​ວິຊາ​ການ ແລະ ທີ່​ສຳຄັນ ​ແມ່ນ​ການ​ສ້າງ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຊຶ່ງ​ມັນ​ຈະ​ເປັນ​ເສັ້ນທາງ​ທີ່ ສປປ ລາວ ຈະ​​ໄດ້​ເປັນ​ທາງ​ຜ່ານ, ເຊື່ອມ​ໂຍງ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ພູມ​ມີ​ພາກ ຈະ​ກາຍ​ເປັນ​ໂອກາດ​ອັນ​ດີ​ ໃນ​ການ​ຄົມມະນາຄົມ​ຂົນ​ສົ່ງ ​ອອກ​ສູ່​ຕ່າງປະ​ເທດຂອງ​ລາວ.

ພັກປະຊາຊົນປະຕິວັດລາວ,​ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສຸດທີ່ຖະນຸຖະໜອມ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມລາວ-ຈີນ ແລະ ພ້ອມທີ່ຈະຮ່ວມກັບພັກກອມມູນິດຈີນ,​ ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ສືບຕໍ່ເຮັດສຸດຄວາມສາມາດຂອງຕົນ ໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນ ແບບຄູ່ຮ່ວມຍຸຸດທະສາດຮອບດ້ານໝັ້ນຄົງຍາວນານ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນເລິກເຊິ່ງກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ແລະ ທັງເປັນການປະກອບສ່ວນເຂົ້າ ໃນພາລະກິດສັນຕິພາບ ແລະ ການຮ່ວມມືພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

 

ພາບ-ຂ່າວ: ມະນີ​ທອນ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...