Homeຂ່າວການພັດທະນາກວດພົບເກືອບ 500 ໂຄງການຂອງລັດຖະບານທີ່ບໍ່ຜ່ານປະເມີນ-ປະມູນ

ກວດພົບເກືອບ 500 ໂຄງການຂອງລັດຖະບານທີ່ບໍ່ຜ່ານປະເມີນ-ປະມູນ

Published on

ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ ຍັງສືບຕໍ່ເຮັດວຽກຢ່າງໜັກໜ່ວງ ຫຼັງພົບວ່າສົກປີ 2013-2014 ແລະ ສົກປີ 2014-2015 ພົບວ່າມີໂຄງການຂອງລັດຖະບານທີ່ລົງທຶນໃສ່ພື້ນຖານໂຄງລ່າງທີ່ບໍ່ຜ່ານການປະເມີນຈຳນວນຫຼາຍເຖິງ 342 ໂຄງການລວມມູນຄ່າ 12.8 ພັນຕື້ກວ່າກີບ ແລະ ໂຄງການບໍ່ຜ່ານການປະມູນ 113 ໂຄງການມູນຄ່າ 3.5 ພັນຕື້ກວ່າກີບ. ອົງການກວດກາລັດຖະບານລາຍງານວ່າ: ສົກປີ 2013-2014 ແລະ ສົກປີ 2014-2015 ກວດພົບໂຄງການທີ່ບໍ່ຜ່ານການປະເມີນຈຳນວນ 342 ໂຄງການ ມູູນຄ່າ 12.8 ພັນຕື້ກວ່າກີບ ໃນນິ້ກວດກາແລ້ວ 124 ໂຄງການ ມູນຄ່າ 7 ພັນຕື້ກວ່າກີບເຫັນວ່າມີ 119 ໂຄງການ ມີຄວາມຈຳເປັນໃນການພັດທະນາ ແລະ ມີ 5 ໂຄງການບໍ່ທັນມີຄວາມຈຳເປັນພັດທະນາໃນໄລຍະນີ້ ໃນ 124 ໂຄງການດັ່ງກ່າວ ຜ່ານການກວດກາພົບເຫັນກໍລະນີຕ່າງໆຄື: ໂຄງການຈຳນວນຫຼາຍມີມູນຄ່າສູງຖ້າທຽບໃສ່ລາຄາຫົວໜ່ວຍທີ່ກະຊວງກ່ຽວຂ້ອງວາງອອກ, ໂຄງການບໍ່ເຮັດຕາມການອອກແບບ, ມີການດັດແກ້ແບບ, ບໍລິມາດມີການປ່ຽນແປງ (ຫຼຸດລົງ) ແຕ່ມູນຄ່າໃນສັນຍາຍັງຮັກສາໄວ້ຄືເກົ່າ, ໂຄງການທີ່ບໍ່ປະຕິບັດບໍ່ສຳເລັດ 100% ແຕ່ຢັ້ງຢືນວ່າສຳເລັດ 100% ມີ 6 ໂຄງການມູນຄ່າໜ້າວຽກທີ່ບໍ່ໄດ້ປະ ຕິບັດ 13 ຕື້ກີບ, ມີ 2 ໂຄງການຄິດໄລ່ເງິນແຮ 11.62 ຕື້ກີບ ແລະ 9 ໂຄງການຄິດໄລ່ເງິນວ່າຈ້າງທີ່ປຶກສາ 15.28 ຕື້ກີບ ແຕ່ບໍ່ໄດ້ນຳໃຊ້ ແລະ ມີ 35 ໂຄງການທີ່ໄດ້ຮັບການຊຳລະແລ້ວມູນຄ່າ 170 ຕື້ກວ່າກີບ ແຕ່ເຈົ້າຂອງໂຄງການຍັງບໍ່ທັນລົບອອກຈາກບັນຊີງົບປະມານ ນອກຈາກນີ້ຍັງມີ 1 ໂຄງ ການສະ ພາຮັບຮອງ 56.7 ຕື້ກີບແຕ່ມູນຄ່າຕາມສັນຍາມີພຽງແຕ່ 47.96 ຕື້ກີບ.

ສຳລັບໂຄງການທີ່ບໍ່ໄດ້ປະມູນຈຳນວນ 113 ໂຄງການມູນຄ່າ 3,5 ພັນຕື້ກວ່າກີບ ແລະ ໂຄງການທີ່ປະມູນບໍ່ຖືກຕາມລະບຽບມີ 106 ໂຄງການມູນຄ່າ 5.3 ພັນຕື້ກວ່າກີບຍ້ອນມີຄຳສັ່ງແຈ້ງການຈາກຂັ້ນເທີງຈຳນວນໜຶ່ງເປັນໂຄງການສຸກເສີນ ແຕ່ສຳຄັນແມ່ນຍ້ອນເຈົ້າຂອງໂຄງການບໍ່ເຂັ້ມງວດໃນການປະຕິບັດກົດໝາຍການລົງທຶນ ແລະ ນິຕິກຳຕ່າງໆ ວ່າດ້ວຍການຈັດຊື້ຈັດຈ້າງ, ບ່ອນທີ່ມີການປະ ມູນກໍ່ເປັນພຽງຮູບການເທົ່ານັ້ນ ມີຫຼາຍໂຄງການມູນຄ່າການກໍ່ສ້າງສູງເຊັ່ນ: ໂຄງການສ້າງທາງຈາກສະໜາມບິນໜອງຄ້າງ-ສາມແຍກຫາງລ້ອງ ມູນຄ່າ 442 ຕື້ກີບ ສະ ເລ່ຍ 14.7 ຕື້ກີບຕໍ່ກີໂລແມັດ ຖ້າທຽບໃສ່ລາຄາຫົວໜ່ວຍຂອງກະຊວງໂຍທາທິການ ແລະ ຂົນສົ່ງວາງອອກໃນປີ 2013 ຜິດດ່ຽງ 11.1 ຕື້ກີບຕໍ່ກີໂລແມັດ ສ່ວນດ້ານຄຸນນະພາບກໍ່ມີຫຼາຍໂຄງການທີ່ຍັງມີບໍ່ສູງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...