spot_img
Homeຂ່າວຕ່າງປະເທດແມ່ໂທຫາລູກສາວບໍ່ຮັບສາຍ ສຸດທ້າຍພົບເສຍຊີວິດຢູ່ແຄມທາງ

ແມ່ໂທຫາລູກສາວບໍ່ຮັບສາຍ ສຸດທ້າຍພົບເສຍຊີວິດຢູ່ແຄມທາງ

Published on

ແມ່ໃຈສະຫຼາຍ ເມື່ອລູກສາວອອກໄປເຮັດວຽກ ໂທຫາລູກບໍ່ຮັບສາຍ ສຸດທ້າຍພົບເສຍຊີວິດຈາກອຸບັດຕິເຫດ.

ໃນວັນທີ 9 ເມສາ 2023 ທີ່ແຂວງເລີຍ ປະເທດໄທ ເຈົ້າໜ້າທີ່ໄດ້ຮັບແຈ້ງວ່າມີອຸບັດຕິເຫດ ເມື່ອໄປຮອດຈຶ່ງພົບຜູ້ເສຍຊີວິດແມ່ນ ເພດຍິງ ສະພາບສົບນອນຫງາຍ ໃສ່ເສື້ອຍືດສີດຳ ຊື່ ແອມ ອາຍຸ 20 ປີ ເຊິ່ງເສຍຊີວິດໄດ້ 24 ຊົ່ວໂມງແລ້ວ.

ສາເຫດຄາດວ່າ ແອມ ໄດ້ຂີ່ລົດຈັກມາແລ້ວເສຍຫຼັກເກີດອຸບັດຕິເຫດ ເຊິ່ງກ່ອນເກີດເຫດ ຜູ້ກ່ຽວກຳລັງໄປເຮັດວຽກເພື່ອຫາລາຍໄດ້ເສີມ ອອກຈາກເຮືອນຕອນ 7 ໂມງເຊົ້າຂອງວັນທີ 8 ເມສາ ເຊິ່ງແມ່ກໍໄດ້ໂທຫາລູກສາວໝົດມື້ ແຕ່ຕິດຕໍ່ບໍ່ໄດ້ ເມື່ອໄປຖາມໝູ່ຂອງລູກສາວກໍວ່າບໍ່ເຫັນມາເຮັດວຽກ ດ້ວຍຄວາມເປັນຫ່ວງລູກຫຼາຍຈຶ່ງນອນບໍ່ລັບ ແລະ ປະກາດຫາລູກສາວຕາມເພຈ ຫຼື ກຸ່ມ ຈົນຕອນເຊົ້າຂອງມາຕໍ່ມາປະຊາຊົນໃກ້ຄຽງໄດ້ພົບວ່າເສຍຊີວິດຢູ່ແຄມທາງ ຈຶ່ງຮີບແຈ້ງຕຳຫຼວດ ແລະ ຄອບຄົວໃຫ້ຮັບຮູ້.

ທີ່ມາ Sanook

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...