spot_img
Homeຂ່າວຕ່າງປະເທດແມ່ຊີຍອມແລກຊີວິດເພື່ອປົກປ້ອງປະຊາທິປະໄຕ

ແມ່ຊີຍອມແລກຊີວິດເພື່ອປົກປ້ອງປະຊາທິປະໄຕ

Published on

ພາບຂອງແ່ມ່ຊີທີ່ຄຸກເຂົ່າຂໍຮ້ອງເຈົ້າໜ້າທີ່ຕຳຫຼວດມຽນມາບໍ່ໃຫ້ໃຊ້ຄວາມຮຸນແຮງຕໍ່ກຸ່ມຜູ້ປະທ້ວງກຳລັງຖືກເຜີຍແພ່ໄປຢ່າງກວ້າງໃນໂລກອອນລາຍ.

ແມ່ນຊີຄາທໍລິກທ່ານນີ້ມີຊື່ວ່າ ຊິສເຕີແອນ ໂຣສ ນູ ຕອງ ອາຍຸ 45ປີ ອາໄສຢູ່ໃນເມືອງມະຍີຈີນາ ເມືອງຫຼວງຂຂອງລັດຄະສິ່ນ ປະເທດມຽນມາ ທ່ານກ່າວວ່າ “ເຖິງວ່າຂ້ອຍຈະເປັນແມ່ຊີຄາທໍລິກ ແຕ່ຂ້ອຍກໍ່ເປັນພົນລະເມືອງຂອງມຽນມາ ດັ່ງນັ້ນຂ້ອຍຈຶ່ງມີຄວາມຮູ້ສຶກເຊັ່ນດຽວກັບປະຊາຊົນມຽນມາທົ່ວປະເທດ ຂ້ອຍຄິດສະເໝີວ່າຈະຊ່ວຍຊາວມຽນມາໄດ້ແນວໃດ ຜູ້ຄົນຈາກທຸກສາຂາອາຊີບ, ສາດສະໜາ ແລະ ຊົນເຜົ່າຈຳເປັນຕ້ອງຮ່ວມມືກັນເພື່ອບັນລຸເປົ້າໝາຍປະຊາຕິປະໄຕ”.

ຈາກເຫດການຄັ້ງຫຼ້າສຸດນີ້, ຊິສເຕີແອນເປີດເຜີຍຕໍ່ສຳນັກຂ່າວ AFP ວ່າ “ຂ້ອຍຄຸກເຂົ່າລົງຂໍຮ້ອງໃຫ້ພວກເຂົາຢຸດຍິງ ແລະ ບໍ່ໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ແຕ່ໃຫ້ຍິງຂ້ອຍແທນຂ້ອຍບໍ່ຕ້ອງການເຫັນບັນຫາຫຍັງເກີດຂຶ້ນບ່ອນນີ້”.

ໃນຂະນະທີ່ມີການປະທ້ວງຮຽກຮ້ອງປະຊາທິປະໄຕກຳລັງດຳເນີນຕໍ່ໄປທ່າມກາງການປາບປາມຂອງເຈົ້າໜ້າທີ່ທີ່ທະວີຄວາມຮຸນແຮງຂຶ້ນເລື້ອຍໆ ໂດຍມີການໃຊ້ແກ໊ສນໍ້າຕາ ແລະ ລູກປືນ.

ເມື່ອເຈົ້າໜ້າທີ່ຕຳຫຼວດເລີ່ມປາບປາມກຸ່ມຜູ້ປະທ້ວງໃນເມືອງມະຍີຈີນາ ຊິສເຕີແອນ ແລະ ແມ່ຊີອີກ 2 ທ່ານໄດ້ອອກມາຂໍຮ້ອງໃຫ້ຕຳຫຼວດຖອຍໄປ.

ຕຳຫຼວດຢຸດການເຄື່ອນໄຫວບໍ່ດົນກ່ອນທີ່ຈະກັບມາກາດຍິງໃສ່ກຸ່ມຜູ້ປະທ້ວງອີກຄັ້ງ ແມ່ຊີໄດ້ກ່າວວ່າ “ເດັກນ້ອຍແຕກຕື່ນ ແລະ ຟ້າວພາກັນແລ່ນໜີ ຂ້ອຍເຮັດໄດ້ພຽງອະທິຖານຂໍໃຫ້ພະເຈົ້າຊ່ວຍຊີວິດພວກເຂົາ”.

ນີ້ບໍ່ແມ່ນຄັ້ງທຳອິດທີ່ຊິສເຕີແອນຍອມເສຍສະລະຊີວິດຂອງຊິສເຕີແອນເພື່ອແລກກັບປະຊາທິປະໄຕ ໂດຍກ່ອນໜ້ານີ້ເມື່ອວັນທີ 28 ກຸມພາ 2021 ທີ່ຜ່ານມາເວັບໄຊ ຄາທໍລິກນິວສ໌ ລາຍງານວ່າຊິສເຕີແອນຄຸກເຂົ່າຕໍ່ໜ້າເຈົ້າໜ້າທີ່ມຽນມາເພື່ອຂໍຮ້ອງບໍ່ໃຫ້ພວກເຂົາຍິງປະຊາຊົນດ້ວຍມືເປົ່າ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...