spot_img
Homeນານາສາລະແມງມຸມທີ່ມີພິດກັດ ຈະປະຖົມພະຍາບານຂັ້ນເບື້ອງຕົ້ນກ່ອນໄປພົບແພດແບບແນວໃດ!

ແມງມຸມທີ່ມີພິດກັດ ຈະປະຖົມພະຍາບານຂັ້ນເບື້ອງຕົ້ນກ່ອນໄປພົບແພດແບບແນວໃດ!

Published on

ອາການເມື່ອຖືກແມງມຸມ ທີ່ມີພິດກັດ: ອາການຈະແຕກຕ່າງ ກັນອອກໄປຕາມແຕ່ລະສາຍພັນ ຂອງແມງມຸມທີ່ກັດ. ແມງມຸມບໍ່ມີພິດກັດເຮົາບໍ່? ຄວາມຈິງແລ້ວມັນກໍ່ກັດເຮົາຄືກັນ ແຕ່ຈະມີອາການບວມແດງໜ້ອຍໜຶ່ງ 2-3 ມື້ອາການບວມແດງກໍຈະດີໄປເອງ.

mangmoom1

ອາການຂອງແມງມຸມມີພິດກັດ

  • ຫາຍໃຈຝືດ
  • ປວດຮາກ
  • ກ້າມຊີ້ນຊັກກະຕຸກ
  • ມີຮອຍກັດເດັດຊັດຂຶ້ນ
  • ກືນນ້ຳລາຍ ຫຼື ອາຫານໄດ້ຍາກ
  • ເຫື່ອອອກຫລາຍ
  • ຮູ້ສຶກວິນຫົວໜ້າມືດເໝືອນຈະເປັນລົມ

1119

ວິທີປະຖົມພະຍາບານ ເມື່ອຖືກແມງມຸມກັດ

– ລ້າງບາດແຜດ້ວຍນໍ້າສະອາດ.

– ເອົານໍ້າກ້ອນຫໍ່ຜ້າຂົນໜູແປະອ້ອມຮອບທີ່ເປັນບາດແຜ ເມື່ອມີອາການບວມແດງ.

– ຫ້າມບີບຄັ້ນບາດແຜ ແລະ ຫ້າມເອົາຜ້າຮ້ອນມາປະຄົບເດັດຂາດ ເພາະພິດຈະກະຈາຍໄວ.

– ເອົາຜ້າມາພັນຮອບບໍລິເວນທີ່ແມງມຸມກັດ

– ພາໄປພົບແພດໝໍໂດຍໄວທີ່ສຸດຫ້າມບໍ່ໃຫ້ເກີດເປັນບາດແຜເນື້ອຕາຍໃນພາຍຫຼັງ ເພາະຈະຮັກສາຍາກກວ່າປົກກະຕິ ຖ້າເປັນໄປ ໄດ້ແມ່ນໃຫ້ນຳເອົາແມງມຸມໄປທີ່ໂຮງໝໍພ້ອມດ້ວຍ ເພື່ອໃຫ້ແພດໝໍ ຮູ້ຊະນິດຂອງແມງມຸມທີ່ກັດ ແລະໃຫ້ການຮັກສາທີ່ຖືກຕ້ອງ.

ທາງທີ່ດີຄວນຫຼີກລ່ຽງພື້ນທີ່ ອາດຈະເປັນຮັງແມງມຸມ ຫຼື ທີ່ຢູ່ຂອງມັນ ເຊັ່ນ: ພື້ນທີ່ມືດໆ ແລະ ກໍ່ຄວນທຳຄວາມສະອາດເຮືອນຊານ ຈັດເຮືອນໃຫ້ສະອາດໂລ່ງຢູ່ສະເໝີ ເພື່ອປ້ອງກັນບໍ່ໃຫ້ເປັນແຫຼ່ງເພາະພັນຂອງແມງມຸມ

ຂໍ້ມູນຈາກ: http://th.wikihow.com/
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...