spot_img
Homeຂ່າວຕ່າງປະເທດແພດຈີນຕົກໃຈ! ປາຍາວເກືອບ 40 ຊມ ຢູ່ໃນຮູທະວານໜັກຜູ້ປ່ວຍ ຕ້ອງຜ່າດັດເອົາອອກ

ແພດຈີນຕົກໃຈ! ປາຍາວເກືອບ 40 ຊມ ຢູ່ໃນຮູທະວານໜັກຜູ້ປ່ວຍ ຕ້ອງຜ່າດັດເອົາອອກ

Published on

ວັນທີ 3 ມິຖຸນາ 2020 ນີ້ dailymail ລາຍງານເຫດສຸດພິສະດານໃນປະເທດຈີນ ເມື່ອແພດທີ່ໂຮງໝໍແຫ່ງໜຶ່ງໃນມົນທົນກວາງຕຸ້ງ ທາງຕອນໃຕ້ ຕ້ອງເລັ່ງຜ່າຕັດ ເອົາປາໝໍ ທີ່ຢູ່ໃນຮູທະວານໜັກ ຂອງຊາຍໄວອາຍຸ 30 ປີ ເຊິ່ງກ່າວວ່າ ໄດ້ນັ່ງທັບປາໂດຍບັງເອີນ ແລະ ເປັນສາເຫດໃຫ້ປາຫຼຸດເຂົ້າໄປໃນຮູທະວານ.

ລາຍງານລະບຸວ່າ ກໍລະນີດັ່ງກ່າວເກີດຂຶ້ນຕັ້ງແຕ່ວັນທີ 2 ມິຖຸນາ ທີ່ຜ່ານມາ ຊາຍໜຸ່ມ ເຊິ່ງມີອາການປວດທ້ອງຮຸນແຮງ ເດີນທາງມາທີ່ໂຮງໝໍຈ້າວສິງ ເຟຣິສ ພີເພລີ ແລະ ກ່າວກັບແພດວ່າພະຍາຍາມດຶງຊາກປາຕາຍອອກຈາກຮູທະວານດ້ວຍຕົວເອງບໍ່ສຳເລັດ.

ເມື່ອແພດໄດ້ຍິນດັ່ງນັ້ນກໍ່ຟ້າວສົ່ງຕົວໄປສ່ອງໄຟຟ້າ ແລະ ກໍ່ພົບວ່າມີປາທີ່ມີຄວາມຍາວ 30-40 cm ຢູ່ໃນຮູທະວານ ແພດຈຶ່ງໄດ້ເຮັດການຜ່າຕັດເອົາປານັ້ນອອກມາໄດ້ສຳເລັດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...