spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວ 5.5 ສັ່ນເກາະຟິຈິ ຍັງບໍ່ທັນມີລາຍງານຄວາມເສຍຫາຍ

ແຜ່ນດິນໄຫວ 5.5 ສັ່ນເກາະຟິຈິ ຍັງບໍ່ທັນມີລາຍງານຄວາມເສຍຫາຍ

Published on

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານສຳຫລວດທໍລະນີວິທະຍາແຫ່ງຊາດສະຫະລັດ (USGS) ລາຍງານ

ໃນວັນອັງຄານທີ 30 ກັນຍາຜ່ານມາວ່າ ເກີດເຫດແຜ່ນດິນໄຫວຂະໜາດປານກາງ ເຊິ່ງສາມາດແທກຄວາມຮຸນ

ແຮງທີ່ລະດັບ 5.5 ຣິກເຕີ ທີ່ປະເທດຟິຈິ ດິນແດນໝູ່ເກາະໃນມະຫາສະໝຸດປາຊີຟິກ ເຊິ່ງເບື້ອງຕົ້ນຍັງບໍ່ທັນມີ

ລາຍງານຄວາມເສຍຫາຍທີ່ແນ່ນອນ.

 

ຂໍ້ມູນຂອງ USGS ໄດ້ລະບຸວ່າ ສູນກາງຂອງແຜ່ນດິນໄຫວຄັ້ງນີ້ ຢູ່ເລິກລົງໄປໃນມະຫາສະໝຸດປາຊີຟິກປະມານ

573.8 ກິໂລແມັດ ແລະ ຢູ່ຫ່າງຈາກເມືອງລຳບາຊາ ທີ່ເປັນບ້ານຂອງປະຊາກອນຫລາຍກ່ວາ 27,000 ຄົນ ເທິງ

ເກາະວານົວ ເລວູ ໄປທາງຕາເວັນອອກສ່ຽງໃຕ້ ປະມານ 264 ກິໂລແມັດ.

 

ເບື້ອງຕົ້ນຍັງບໍ່ທັນມີລາຍງານຄວາມເສຍຫາຍໃດໆຈາກເຫດແຜ່ນດິນໄຫວລະດັບ 5.5 ຣິກເຕີໃນຄັ້ງນີ້ ມີພຽງ

ການລາຍງານຂອງສື່ທ້ອງຖິ່ນວ່າ ແຮງສັ່ນສະເທືອນຂອງແຜ່ນດິນໄຫວທີ່ເກີດຂຶ້ນ ສາມາດຮັບຮູ້ໄດ້ທົ່ວໄປໃນ

ເມືອງຊູວາ ເມືອງຫລວງຂອງຟິຈິ ທີ່ຢູ່ຫ່າງຈາກສູນກາງແຜ່ນດິນໄຫວປະມານ 315 ກິໂລແມັດ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...