spot_img
Homeຂ່າວພາຍ​ໃນແຈ້ງ! ຫ້າມຈອດລົດຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານນີລົດເມຫາໄຟແດງວັດທາດຝຸ່ນ ເບື້ອງຕະຫຼາດໜອງຈັນ

ແຈ້ງ! ຫ້າມຈອດລົດຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານນີລົດເມຫາໄຟແດງວັດທາດຝຸ່ນ ເບື້ອງຕະຫຼາດໜອງຈັນ

Published on

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.ນວ) ແຈ້ງຫ້າມຈອດລົດທຸກຊະນິດ ຢູ່ເສັ້ນທາງໜອງບອນແຕ່ໄຟແດງ ສະຖານີລົດເມຫາໄຟແດງວັດທາດຝຸ່ນ (ເບື້ອງຕະຫລາດໜອງຈັນ) ເລີ່ມປະຕິບັດແຕ່ 9 ມີນາເປັນຕົ້ນໄປ.

ເພື່ອຜັນຂະຫຍາຍ ມະຕິການເມືອງສູນກາງພັກສະ ບັບເລກທີ 107/ກມສພ ລົງວັນທີ 30 ເມສາ 2020 ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນ ໃນໄລຍະໃໝ່ ໃຫ້ປາກົດຜົນເປັນຈິງ;

ອີງໃສ່ ດຳລັດນາຍົກລັດທະມົນຕີສະບັບເລກທີ 188/ນຍ, ລົງວັນທີ 3 ກໍລະກົດ 2007 ວ່າດ້ວຍການປັບໃໝ່ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດກົດໝາຍກ່ຽວກັບການຈາລະຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ;

ອີງໃສ່ບົດບັນທຶກກອງປະຊຸມ ກ່ຽວກັບຄວາມເຫັນດີເປັນເອກະພາບ ລະຫວ່າງຫ້ອງການ ຄບຕ, ພະແນກໂຍທາທິການ ແລະ ຂົນສົ່ງ ນ.ວ, ກອງບັນຊາການ ປກສ. ນ.ວ, ເມືອງສີສັດຕະນາກບ້ານໜອງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນຄັ້ງວັນທີ 17 ກຸມພາ 2021;

ເພື່ອແກ້ໄຂຄວາມແອອັດສັບສົນບໍ່ເປັນລະບຽບຮຽບຮ້ອຍ ຢູ່ເສັ້ນທາງໜອງບອນ (ຕໍ່ໜ້າຕະຫຼາດໜອງຈັນ) ແຕ່ 4ແຍກໄຟແດງສະຖານີລົດເມ ຫາ 4ແຍກໄຟແດງວັດທາດຝຸ່ນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ.

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.ນວ) ຂໍແຈ້ງມາຍັງບັນດາທ່ານຜູ້ຂັບຂີ່ລົດ ແລະ ຊາວຄ້າຂາຍທີ່ຈອດລົດລຽບຕາມແຄມເສັ້ນທາງໜອງບອນ ບໍລິເວນາຕະຫຼາດໜອງຈັນ ຊາບ ແລະ ປະຕິບັດດັ່ງນີ້:

1. ຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຈະໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ.ນວ, ເຈົ້າໜ້າທີ່ຕໍາຫລວດຈາກກອງບັນຊາການ ປກສ.ນວ; ໜ່ວຍງານສະເພາະກິດຈັດສັນ ເມືອງສີສັດຕະນາກ, ພະນັກງານບ້ານຫນອງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງຈະໄດ້ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຖະຫນົນໜອງບອນ ແຕ່ວັນທີ 9 ມີນາ ເປັນຕົ້ນໄປ.

2. ຫ້າມບໍ່ໃຫ້ລົດທຸກຊະນິດ ຈອດຢູ່ເສັ້ນທາງໜອງບອນ ແຕ່ໄຟແດງສະຖານນີລົດເມ ຫາໄຟແດງວັດທາດຝຸ່ນເບື້ອງຕະຫລາດຫນອງຈັນ ໃນວັນລັດຖະການ (ວັນຈັນ ຫາ ວັນສຸກ) ແຕ່ເວລາ 7:00 ໂມງເຊົ້າ ຫາ 17:00 ໂມງແລງ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດແຕ່ ວັນທີ 9 ເດືອນ ມີນາ (3) ປີ 2021 ນີ້ ເປັນຕົ້ນໄປ.

3. ຖ້າທ່ານໃດລະເມີດຈະຖືກເຈົ້າໜ້າທີ່ ປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງທີ່ໄດ້ກໍານົດໄວ. ດັ່ງນັ້ນ, ຈົ່ງແຈ້ງມາຍັງບັນດາທ່ານ ນັກຂັບຂີ່ ແລະ ແມ່ຄ້າຊາວຂາຍຊາບທົ່ວເຖິງກັນ ແລະ ປະຕິບັດຕາມແຈ້ງການນີ້ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...