spot_img
Homeຂ່າວທ້ອງຖິ່ນແຈ້ງການ! ຫ້າມໃຫ້ບໍລິການສັງວຽງໄກ່ຕີ ທົ່ວແຂວງສາລະວັນ

ແຈ້ງການ! ຫ້າມໃຫ້ບໍລິການສັງວຽງໄກ່ຕີ ທົ່ວແຂວງສາລະວັນ

Published on

ໃນວັນທີ 23 ມັງກອນ 2023 ຜ່ານມາ, ແຂວງສາລະວັນອອກແຈ້ງການກ່ຽວກັບ ການຫ້າມໃຫ້ບໍລິການສັງວຽງໄກ່ຕີ ທົ່ວແຂວງສາລະວັນ ໂດຍມີລາຍລະອຽດດັ່ງນີ້:

1. ຫ້າມຜູ້ປະກອບການສັງວຽນໄກ່ຕີ ໃຫ້ບໍລິການ ໃນທົ່ວແຂວງສາລະວັນ (ທັງທີ່ອະນຸຍາດ ແລະ ບໍ່ອະນຸຍາດ) ເລີ້ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 1 ກຸມພາ 2023 ເປັນຕົ້ນໄປ.

2. ຖ້າຫາກບຸກຄົນ ນິຕິບຸກຄົນໃດ ຫາກລະເມີດແຈ້ງການສະບັບນີ້ ມອບໃຫ້ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງກ່າວຕັກເຕືອນ ເຮັດບົດບັນທຶກສຶກສາອົບຮົມຜູ້ກ່ຽວ ຫາກຍັງຝ່າຝືນແມ່ນໃຫ້ດຳເນີນການປັບໃໝ ແລະປະຕິບັດຕາມລະບຽບຢ່າງເຂັ້ມງວດ.

3. ການຈັດຕັ້ງປະຕິບັດ ມອບໃຫ້ອົງການປົກຄອງເມືອງ ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ງຕັ້ງຄະນະກຳມະການຕິດຕາມ, ກວດກາ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ເປັນໃຈກາງຕິດຕາມສັງລວມລາຍງານ ມາຍັງຂັ້ນເທິງຮັບຊາບການຈັດຕັ້ງປະຕິບັດ ດັ່ງນັ້ນຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...