Homeຂ່າວທ້ອງຖິ່ນແຈ້ງການ! ຫ້າງຫາກະກຽມເຮືອຊ່ວງເຂົ້າຮ່ວມແຂ່ງຂັນໃນປາງບຸນຫໍ່ເຂົ້າປະດັບດິນ ປະຈໍາປີ 2023

ແຈ້ງການ! ຫ້າງຫາກະກຽມເຮືອຊ່ວງເຂົ້າຮ່ວມແຂ່ງຂັນໃນປາງບຸນຫໍ່ເຂົ້າປະດັບດິນ ປະຈໍາປີ 2023

Published on

ເຈົ້ານະຄອນ ຫຼວງພະບາງ ອອກແຈ້ງການກ່ຽວກັບການຫ້າງຫາກະກຽມເຮືອຊ່ວງເຂົ້າຮ່ວມແຂ່ງຂັນໃນປາງບຸນຫໍ່ເຂົ້າປະດັບດິນ ປະຈໍາປີ 2023.

ໂດຍອີງຕາມ:ຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງທີ່ໄດ້ສືບທອດກັນມາແຕ່ບູຮານ ນະການ ໃຫ້ມີຄວາມຍືນຍົງ ແລະ ຄົງຄຸນຄ່າຕະຫຼອດໄປ, ເພື່ອເປັນການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ເມືອງມໍລະດົກໂລກ, ເຈົ້ານະຄອນ ຫຼວງພະບາງ ຂໍຖືເປັນກຽດແຈ້ງມາຍັງທ່ານຄະນະຮັບຜິດຊອບເຮືອຊ່ວງແຕ່ລະພາກ ສ່ວນຊາບວ່າ: ບຸນຊ່ວງເຮືອທີ່ຍິງຄານໃນວັນບຸນຫໍ່ເຂົ້າປະດັບດິນສໍາລັບປີ 2023 ນີ້ ແມ່ນຈະໄດ້ຈັດຂຶ້ນ ໃນມື້ແຮມ 14ຄໍ່າ ເດືອນ 9 ລາວ, ກົງກັບວັນທີ 14 ກັນຍາ(9) 2023.

ເພື່ອເປັນການຫ້າງຫາກະກຽມໃຫ້ທັນເວລາຈຶ່ງຂໍແຈ້ງແຕ່ລະພາກສ່ວນເພື່ອທໍາການສ້ອມແປງເຮືອຊ່ວງ (ປະເພດເຮືອຄູນ) ທີ່ມີຂະຫນາດ 40 ສີພາຍຂຶ້ນໄປ ແລະ ນໍາສະເຫນີທາງນະຄອນຫຼວງພະບາງເພື່ອ ເຂົ້າສູ່ການແຂ່ງຂັນ.
+ຫມາຍເຫດ: ສໍາລັບລາຍລະອຽດທາງດ້ານຮູບຊົງ ແລະ ເຕັກນິກເຮືອຈະມີທາງຄະນະຮັບຜິດ ຊອບລົງກວດກາແນະນໍາອີກຄັ້ງຫນຶ່ງເພື່ອໃຫ້ຖືກຕ້ອງຕາມລະບຽບທີ່ໄດ້ກໍານົດໄວ້.
ສະນັ້ນ, ຈຶ່ງແຈ້ງມາຍັງທ່ານຄະນະຮັບຜິດຊອບແຕ່ລະພາກສ່ວນຮັບຊາບ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...