spot_img
Homeລວມກົດຫມາຍລາວກົດໝາຍໃນຂົງເຂດເສດຖະກິດແຈ້ງການ!! ຈາກກະຊວງການເງິນ ກ່ຽວກັບຢຸດຕິການຂາຍໃບເກັບເງິນອາກອນມູນຄ່າເພີ່ມ ເປັນຊຸດ

ແຈ້ງການ!! ຈາກກະຊວງການເງິນ ກ່ຽວກັບຢຸດຕິການຂາຍໃບເກັບເງິນອາກອນມູນຄ່າເພີ່ມ ເປັນຊຸດ

Published on

ແຈ້ງການ: ທ່ານຫົວໜ້າຫ້ອງການ, ພະແນກການ ແລະ ກົມຕ່າງໆ ໃນນາມອົງການຈັດຕັ້ງລັດ ຂັ້ນ ເມືອງ, ແຂວງ, ນະຄອນຫຼວງ ແລະ ສູນກາງ ໃນຂອບເຂດທົ່ວປະເທດ, ຢຸດຕິການຂາຍໃບເກັບເງິນອາກອນມູນຄ່າເພີ່ມ ເປັນຊຸດ. ເຊິ່ງມີເນື້ອໃນແຈ້ງການແນະນໍາດັ່ງນີ້:

  1. ຢຸດຕິການຂາຍໃບເກັບເງິນອາກອນມູນຄ່າເພີ່ມເປັນຊຸດໃຫ້ແກ່ອົງການຈັດຕັ້ງຂອງລັດຕ່າງໆໃນຂອບເຂດທົ່ວປະເທດທີ່ບໍ່ໄດ້ສ້າງຕັ້ງເປັນວິສາຫະກິດ ແລະ ບໍ່ໄດ້ຈົດທະບຽນຢູ່ໃນລະບົບອາກອນມູນຄ່າເພີ່ມ
  2. ໃຫ້ຄິດໄລ່ເກັບໃນປະເພດອາກອນລາຍໄດ້ປ່ຽນແທນອາກອນມູນຄ່າເພີ່ມຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34.12 ແລະ ໃຫ້ຄິດໄລ່ອາກອນລາຍໄດ້ໃນອັດຕາ 10% ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 39 ຂໍ້ທີ 5 ຂີດໜ້າທີ 5 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019.

ກໍລະນີອົງການຈັດຕັ້ງຂອງລັດຕ້ອງການສືບຕໍ່ນໍາໃຊ້ໃບເກັບເງິນອາກອນມູນຄ່າເພີ່ມ ຕ້ອງຂໍອະນຸຍາດສ້າງຕັ້ງເປັນວິສາຫະກິດຈາກຂະແໜງອຸດສາຫະກໍາ-ການຄ້າ ຫຼື ຂະແໜງສົ່ງເສີມການລົງທຶນ ແລະ ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມເສຍກ່ອນຈຶ່ງຈະໄດ້ຮັບພິຈາລະນາ ແລະ ອະນຸມັດ.

ແຫຼ່ງຂ່າວ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...