ແຈັກ ໝ່າຖອນ “ແຜນຈ້າງງານ 1 ລ້ານຕຳແໜ່ງ” ກັບ ທຣໍ້າ ຕອບໂຕ້ສົງຄາມການຄ້າຈີນ-ສະຫະລັດ

ສຳນັກຂ່າວ ຊິນຫົວຂອງລັດຖະບານຈີນລາຍງານວ່າ ເມື່ອວັນທີ 19 ກັນຍາ 2018, ທ່ານ ແຈັກ ໝ່າ ປະທານບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດ ອາລີບາບາ ບໍລິສັດຍັກໃຫຍ່ທາງດ້ານອີຄອມເມິສຂອງຈີນ ໄດ້ຕັດສິນໃຈຍົກເລີກແຜນການຈ້າງງານ 1 ລ້ານຕຳແໜ່ງໃນສະຫະລັດອາເມລິກາ ຫຼັງຈາກທີ່ເຄີຍໃຫ້ສັນຍາໃນຂະນະເຂົ້າພົບປະທານາທິບໍດີ ໂດນັລ ທຣໍ້າ ເມື່ອເດືອນ ມັງກອນ 2017 ທີ່ຜ່ານມາ.

ເຫດຜົນໃນການຕັດສິນໃຈຍົກເລີກແຜນສ້າງງານກັບສະຫະລັດ ແຈັກ ໝ່າ ໄດ້ກ່າວວ່າ “ຄຳສັນຍານີ້ໄດ້ເຮັດຂຶ້ນບົນພື້ນຖານຂອງການເປັນຫຸ້ນສ່ວນ ທີ່ມີມິດຕະພາບອັນດີລະຫວ່າງຈີນກັບສະຫະລັດ ແລະ ບົນພື້ນຖານຄວາມສຳພັນທາງການຄ້າທີ່ມີເຫດຜົນ, ໃນເມື່ອພື້ນຖານດັ່ງກ່າວບໍ່ປະກົດອີກຕໍ່ໄປໃນວັນນີ້ ເຮົາຈິ່ງບໍ່ອາດເຮັດຕາມຄຳສັນຍາໄດ້”.

ການເຄື່ອນໄຫວ ແລະ ການສະແດງຄວາມຄິດເຫັນດັ່ງກ່າວຂອງຜູ້ບໍລິຫານລະດັບສູງອາລີບາບາ ມີຂຶ້ນທ່າມກາງການເຮັດສົງຄາມທາງການຄ້າລະຫວ່າງຈີນ ແລະ ສະຫະລັດ ໂດຍປະທານາທິບໍດີ ໂດນັລ ທຣໍ້າ ປະກາດຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນວົງເງິນ 2 ແສນລ້ານໂດລາໃນອັດຕາ 10% ໃຫ້ເລີ່ມມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 24 ກັນຍາ 2018 ເປັນຕົ້ນໄປ, ຈາກນັ້ນຈະເພີ່ມເປັນ 25% ເລີ່ມຕັ້ງແຕ່ຕົ້ນປີ 2019.

ຂະນະທີ່ທາງການຈີນ ຕອບໂຕ້ຄືນດ້ວຍການຮຽກເກັບພາສີສິນຄ້ານຳເຂົ້າຈາກສະຫະລັດໃນອັດຕາພາສີ 5-10% ຄິດເປັນວົງເງິນ 6 ໝື່ນລ້ານໂດລາ ໃຫ້ມີຜົນບັງຄັບໃຊ້ໃນວັນທີ 24 ກັນຍາ 2018 ເຊັ່ນດຽວກັນ.

 

 

 

ຮຽບຮຽງໂດຍ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ: www.bangkokbiznews.com