spot_img
Homeຂ່າວທ້ອງຖິ່ນລັດຖະບານມອບໃຫ້ບັນກະຊວງແກ້ໄຂບັນຫາໄພພິບັດນໍ້າຖ້ວມ

ລັດຖະບານມອບໃຫ້ບັນກະຊວງແກ້ໄຂບັນຫາໄພພິບັດນໍ້າຖ້ວມ

Published on

ໃນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018 ທີ່ຈັດຂຶ້ນໃນວັນທີ 17-18 ກັນຍາ 2018 ນີ້, ກອງປະຊຸມໄດ້ສະຫຼຸບບັນຫາຕ່າງໆທີ່ຕ້ອງໄດ້ຮັບການແກ້ໄຂຢ່າງເລັ່ງດ່ວນ ແລະ ໄດ້ມອບໃຫ້ບັນດາກະຊວງທີ່ກ່ຽວຂ້ອງແກ້ໄຂບັນຫາໃນສັງຄົມປະຈຸບັນ. ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກ, ໂຄສົກລັດຖະບານໄດ້ຖະແຫຼງຜົນກອງປະຊຸມວ່າ ລັດຖະບານໄດ້ຊີ້ນຳໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ປັບປຸງຄືນບົດສະຫຼຸບຜົນເສຍຫາຍຈາກໄພພິບັດໃນທົ່ວປະເທດໃຫ້ແທດເໝາະກັບຕົວຈິງ, ສ່ວນເມືອງສະໜາມໄຊ ແມ່ນໃຫ້ຄະນະປະເມີນຜົນເສຍຫາຍ ແລະ ຟື້ນຟູ ຮີບຮ້ອນປະເມີນຜົນເສຍຫາຍໃຫ້ສຳເລັດໂດຍໄວ ພ້ອມທັງໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດລາຍງານຕົວເລກຜູ້ສູນຫາຍຢູ່ເມືອງສະໜາມໄຊຢ່າງເປັນທາງການ ເພື່ອໃຫ້ລັດຖະບານພິຈາລະນາຮັບຮອງ.

ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຄົ້ນຄວ້າກ່ຽວກັບນະໂຍບາຍຫຼຸດຜ່ອນລາຄາກະແສໄຟຟ້າໃນການຜະລິດລະດູແລ້ງ ເພື່ອທົດແທນຕົ້ນທຶນສິນຄ້າທົດແທນເຂດນໍ້າຖ້ວມ; ໃຫ້ເອົາໃຈໃສ່ຕິດຕາມການບໍລິຫານນໍ້າ, ຈັດການນໍ້າຢູ່ເຂື່ອນຕ່າງໆ ໂດຍໃຫ້ຈັດເວນຍາມຕະຫຼອດ 24 ຊົ່ວໂມງ ແລະ ເຝົ້າລະວັງບັນດາເຂື່ອນທີ່ມີຄວາມຫຼໍ່ແຫຼມ, ໃນກໍລະນີທີ່ມີສະພາບພົ້ນເດັ່ນກໍ່ໃຫ້ຮີບຮ້ອນລາຍງານ ແລະ ແກ້ໄຂບັນຫາໃຫ້ທັນສະພາບການ.

ກະຊວງສຶກສາ ແລະ ກິລາ ເອົາໃຈໃສ່ກວດກາ, ຊຸກຍູ້ຊ່ວຍເຫຼືອບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບໃນໄລຍະນໍ້າຖ້ວມ ໃຫ້ສາມາດສືບຕໍ່ການຮຽນ-ການສອນໃຫ້ເປັນປົກກະຕິ.

ກະຊວງສາທາລະນະສຸກ ເອົາໃຈໃສ່ກວດກາການລະບາດຂອງພະຍາດທີ່ອາດຈະເກີດຂຶ້ນຫຼັງນໍ້າຖ້ວມ, ບໍ່ໃຫ້ມີການລະບາດຮ້າຍແຮງເກີດຂຶ້ນອັນຈະສົ່ງຜົນກະທົບເພີ່ມຕື່ມຕໍ່ການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ແລະ ຄວາມໜ້າເຊື່ອຖືຕໍ່ສາກົນ.

ກະຊວງການເງິນ ສົມທົບກັບ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄົ້ນຄວ້າກ່ຽວກັບການຜ່ອນຜັນ ຫຼື ໂຈະການເກັບພາສີທີ່ດິນໃນເຂດທີ່ເກີດໄພພິບັດ, ພ້ອມນີ້ ບັນດາຂະແໜງການ ແລະ ທ້ອງຖິ່ນໃຫ້ກະກຽມສ້າງເງື່ອນໄຂເພື່ອກຽມການຜະລິດລະດູແລ້ງທົດແທນຜົນເສຍຫາຍຈາກໄພນໍ້າຖ້ວມ.

ກະຊວງການເງິນ ຄົ້ນຄວ້າກ່ຽວກັບການນຳໃຊ້ງົບປະມານສຸກເສີນ ເພື່ອແກ້ໄຂໄພພິບັດໃຫ້ມີປະສິດທິພາບ ແລະ ທັນກັບສະພາບການ ພ້ອມທັງຄົ້ນຄວ້ານະໂຍບາຍຫຼຸດອັດຕາພາສີ-ອາກອນ ໃນການນຳເຂົ້າປັດໄຈການຜະລິດເຊັ່ນ: ຝຸ່ນ, ປຸ໋ຍ, ແນວພັນພືດ ແລະ ສັດ.

ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຄົ້ນຄວ້າ, ກະກຽມສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອພິເສດໃນເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ເປັນຕົ້ນແມ່ນສະໜອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງ, ການສະໜັບສະໜູນທາງດ້ານສັດຕະວະແພດ, ການປາບປາມສັດຕູພືດ, ການໃຫ້ຄວາມຮູ້ທາງດ້ານເຕັກນິກວິຊາການ.

ພ້ອມກັນນີ້ກໍ່ໃຫ້ຄົ້ນຄວ້າກຳນົດເງື່ອນໄຂລະອຽດ ປັດໄຈກະຕຸກຊຸກຍູ້ໃນການເຮັດນາແຊງ, ປູກພືດ ແລະ ລ້ຽງສັດ ເພື່ອໃຫ້ການຊຸກຍູ້ ແລະ ສະໜັບສະໜູນໃນແຕ່ລະດ້ານ ພ້ອມທັງຄົ້ນຄວ້າກ່ຽວກັບງົບປະມານທີ່ຈະນຳໃຊ້ເຂົ້າໃນບັນດາວຽກງານດັ່ງກ່າວ ເພື່ອສະເໜີຄວາມຕ້ອງການຢ່າງລະອຽດຈະແຈ້ງ.

ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບວາງແຜນຈັດສັນງົບປະມານບູລິມະສິດ ສຸມໃສ່ຊຳລະໃຫ້ບໍລິສັດແກ້ໄຂສຸກເສີນບັນດາເສັ້ນທາງໃນແຂວງຕ່າງໆທີ່ເກີດອຸທົກກະໄພ ໃນປີ 2018-2019. ພ້ອມກັນນັ້ນ ກໍ່ໃຫ້ຄົ້ນຄວ້າຊອກຫາງົບປະມານເພື່ອແກ້ໄຂໜີ້ສິນຄ້າງຊຳລະແຕ່ປີ 2010 ຈົນຮອດປັດຈຸບັນ. ໃນນັ້ນ ໃຫ້ກວດຄືນໄລ່ລຽງມູນຄ່າຂອງບັນດາໂຄງການຕ່າງໆທີ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ຖືກຕ້ອງກັບຄວາມເປັນຈິງ ພ້ອມທັງປ້ອງກັນບໍ່ໃຫ້ມີໂຄງການນອກແຜນ ແລະ ຮັບປະກັນການສ້ອມແປງໃຫ້ໄດ້ຄຸນນະພາບຕາມມາດຕະຖານ-ເຕັກນິກ. ພ້ອມກັນນີ້, ກໍ່ໃຫ້ບັນດາກະຊວງສົມທົບກັບແຂວງຕ່າງໆ ເພື່ອຮ່ວມກັນຄົ້ນຄວ້າ ແລະ ກຳນົດຄວາມຮັບຜິດຊອບ ອັນໃດມອບໃຫ້ແຂວງແກ້ໄຂ ອັນໃດແມ່ນຄວາມຮັບຜິດຊອບຂອງກະຊວງກ່ຽວຂ້ອງ.

ການຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ໃຫ້ປຶກສາຫາລືກັນລະອຽດກ່ຽວກັບການຕັ້ງກອງທຶນ SMEs, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານພັດທະນາລາວ ເພື່ອສ້າງເງື່ອນໄຂກອງທຶນ ແລະ ສະຖາບັນການເງິນດັ່ງກ່າວ ໃຫ້ມີຄວາມສາມາດສະໜອງສິນເຊື່ອໃນໄລຍະເກີດ ແລະ ການຟື້ນຟູອຸທົກກະໄພ. ແນໃສ່ຖືເອົາວິກິດການດັ່ງກ່າວປັບປຸງປ່ຽນແປງໂດຍໃຫ້ເຮັດແຜນລະອຽດສະເໜີລັດຖະບານ.

ນອກຈາກນັ້ນ, ໄດ້ມີຄໍາສັ່ງໃຫ້ບັນດາແຂວງຍຸຕິການອະນຸມັດການພັດທະນາເງື່ອນຂະໜາດນ້ອຍໄວ້ກ່ອນ ສ່ວນໂຄງການທີ່ໄດ້ຮັບອະນຸຍາດທີ່ເລີ່ມກໍ່ສ້າງຜ່ານມາກໍ່ໃຫ້ກວດກາຄືນການສຳຫຼວດ, ອອກແບບ ແລະ ກໍ່ສ້າງ ເພື່ອປ້ອງກັນບໍ່ໃຫ້ເກີດໄພພິບັດຂຶ້ນອີກ ແລະ ຫາກໂຄງການໃດບໍ່ໄດ້ຮັບປະກັນທາງດ້ານເຕັກນິກກໍ່ໃຫ້ໂຈະການກໍ່ສ້າງທັນທີ.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...