spot_img
Homeຂ່າວທ້ອງຖິ່ນແຂວງອຸດົມໄຊ ບໍ່ອະນຸຍາດຂະຫຍາຍເນື້ອທີ່ປູກກ້ວຍເພີ່ມ

ແຂວງອຸດົມໄຊ ບໍ່ອະນຸຍາດຂະຫຍາຍເນື້ອທີ່ປູກກ້ວຍເພີ່ມ

Published on

ທາງການແຂວງອຸດົມໄຊບໍ່ໄດ້ອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າມາປູກກ້ວຍເພີ່ມໃນແຂວງຕົນອີກແລ້ວ, ຫລັງຈາກເຫັນວ່າການປູກກ້ວຍຕ້ອງໄດ້ນໍາໃຊ້ພື້ນທີ່ດິນເປັນບໍລິເວນກວ້າງ, ບໍ່ສ້າງຜົນປະໂຫຍດໃຫ້ພາກລັດ ແລະ ປະຊາຊົນດີໃນທ້ອງຖິ່ນດີເທົ່າທີ່ຄວນ ແລະ ອັນສໍາຄັນເຮັດໃຫ້ດິນເສື່ອມຄຸນນະພາບ.
ທ່ານຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງອຸດົມໄຊ ບຸນລຽນ ວໍລະກົດ ໃຫ້ຮູ້ວ່າ: ແຂວງພວກເຮົາບໍ່ອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າມາປູກກ້ວຍ ຫລື ຂະຫຍາຍເນື້ອທີ່ສວນປູກກ້ວຍເພີ່ມມາໄດ້ປີກວ່າແລ້ວ ເພື່ອປະຕິບັດຕາມຄໍາສັ່ງຂອງກະຊວງກະສິກໍາ-ປ່າໄມ້ ແລະ ມະຕິຂອງກອງປະຊຸມອົງຄະນະພັກແຂວງ. ເນື່ອງຈາກວ່າທິດທາງໃນການພັດທະນາວຽກງານກະສິກໍາຂອງແຂວງໃນຕໍ່ໜ້ານີ້ແມ່ນຈະສຸມໃສ່ການຊຸກຍູ້ສົ່ງເສີມການຜະລິດທີ່ສະອາດ, ໃຫ້ຜົນຕອບແທນໄວໃນດ້ານເສດຖະກິດ ແລະເປັນມິດກັບສະພາບແວດລ້ອມ ເປັນຕົ້ນ: ປູກເຂົ້າ, ພືດຕາມລະດູການ, ປູກຫຍ້າໃຫ້ສັດລ້ຽງ ແລະອື່ນໆ.

ທ່ານຫົວໜ້າພະແນກດັ່ງກ່າວ ກ່າວວ່າ: ສະພາບການປູກກ້ວຍຂອງນັກລົງທຶນຕ່າງປະເທດໃນແຂວງອຸດົມໄຊແມ່ນດໍາເນີນມາໄດ້ປະມານ 4 ປີແລ້ວ ແລະມາຮອດປະຈຸບັນທົ່ວແຂວງມີເນື້ອທີ່ສວນປູກກ້ວຍຫລາຍກວ່າ 5 ພັນເຮັກຕາ ແລະເຂດມີການປູກຫລາຍກວ່າໝູ່ແມ່ນຢູ່ເມືອງແບງ ແລະເມືອງຮຸນ. ແຕ່ແນວໃດກໍຕາມ, ຕໍ່ໜ້ານີ້ຫາກສວນກ້ວຍເຂດໃດໝົດອາຍຸສັນຍາການສໍາປະທານທີ່ດິນກໍຈະບໍ່ອະນຸຍາດໃຫ້ຕໍ່ສັນຍາໂດຍເດັດຂາດ. ເນື່ອງຈາກແຂວງໄດ້ມີແຜນທີ່ຈະຈັດສັນທີ່ດິນເພື່ອການຜະລິດກະສິກໍາຄືນໃໝ່, ໂດຍສະເພາະແມ່ນຈະສຸມໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາທີ່ສະອາດ, ປະຊາຊົນມີສ່ວນຮ່ວມ, ເປັນມິດກັບສະພາບແວດລ້ອມ ແລະມີຄວາມຍືນຍົງ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...