spot_img
Homeຂ່າວຄວາມສະຫງົບແຂວງສາລະວັນ ສາມາດກວດຈັບຢາເສບຕິດທີ່ຝາກມານຳລົດເມ

ແຂວງສາລະວັນ ສາມາດກວດຈັບຢາເສບຕິດທີ່ຝາກມານຳລົດເມ

Published on

ເຈົ້າໜ້າທີ່ ຈະລາຈອນ ປກສ ແຂວງສາລະວັນ ປະຈຳປ້ອມຖ້ຳພວງ ສາມາດກວດຈັບຢາເສບຕິດທີ່ຝາກມານຳລົດເມ ລົງແຂວງພາກໃຕ້ ໄດ້ເຖິງ 3 ລາຍ ໃນເດືອນ ມິຖຸນາ 2023.

ໃນຄັ້ງວັນທີ 8 ມິຖຸນາ 2023 ຈະລາຈອນ ປກສ ແຂວງສາລະວັນ ໄດ້ກັກໂຕ ທ້າວ ອຳນວຍ ອາຍຸ 48 ປີ, ບ້ານງິ້ວ, ເມືອງຊະນະສົມບູນ, ແຂວງຈໍາປາສັກ ຢາບ້າ 5 ມັດພ້ອມລົດຈັກ 1 ຄັນ, ເຊີ່ງຜູ້ກ່ຽວແມ່ນເອົາລົດຈັກໃສ່ລົດເມ ມາແຕ່ເມືອງຄໍາເກີດ ( ຫຼັກ20 ) ແລະ ໃນເວລາດຽວກັນ ຍັງໄດ້ກວດລົດຈັກທີ່ໄດ້ເຊື່ອງໄວ້ຢູ່ພາຍໃນລົດເມ ພົບເຫັນຢາບ້າ ອີກຈຳນວນ 7 ແພັກ ຕິດມາໃນລົດເມຄັນດຽວກັນ ຈາກນັ້ນໄດ້ສອບສວນຜູ້ຂັບລົດເມຈຶ່ງໄດ້ຮູ້ວ່າຢາບ້າຈໍານວນດັ່ງກ່າວເປັນຂອງທ້າວແດງ ອາຍຸ 20 ປີ,ບ້ານກອງຄຳ, ເມືອງປາກກະດິງ ແຂວງບໍລິຄຳໄຊ .

ຕໍ່ມາ ໃນຄັ້ງວັນທີ 16 ມິຖຸນາ 2023 ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ, ປ້ອມຖໍ້າພວງ ໄດ້ກວດລົດໂດຍສານພົບກ່ອງເຄື່ອງຕ້ອງສົງໃສ ທີ່ຝາກມານຳລົດເມ ສາຍນະຄອນຫຼວງວຽງຈັນ-ອັດຕະປື ພົບ ຢາບ້າ ຈຳນວນ 5 ຖົງ ເຊີ່ງເຄື່ອງດັ່ງກ່າວ ແມ່ນຝາກແຕ່ ນະຄອນຫຼວງວຽງຈັນ ລົງປາຍທາງແຂວງອັດຕະປື.

ເມື່ອລົດເມ ມາຮອດຄິວອັດຕະປື ຈື່ງໂທຕິດຕໍ່ໃຫ້ເຈົ້າຂອງກ່ອງເຄື່ອງມາຮັບເອົາແລ້ວເຈົ້າໜ້າທີ່ໄດ້ສະແດງຕົວເຂົ້າຈັບກຸມ ທ້າວ ແລ້ບເຕີ, ອາຍຸ 29 ປີ,ບ້ານທ່າເດື່ອ, ເມືອງສະໜາມໄຊ, ແຂວງອັດຕະປື ພ້ອມຂອງກາງ ປະເພດຢາບ້າ ຈໍານວນ 5 ຖົງ.

ຕົກມາຮອດວັນທີ 20 ມິຖຸນາ 2023 ໄດ້ກວດລົດກະບະລີໂວ້, ກວ 3529 ເຊິ່ງອອກຊື່ທ້າວ ພຸດ ອຸດົມພອນ, ບ້ານນາລ່ຽນ, ເມືອງຊາຍທອງ, ນະຄອນຫຼວງວຽງຈັນ, ຜູ້ຂັບຂີ່ຂີ່ລົດຫລົບຫນີ ອລະ ຖີ້ມລົດ ພົບຢາ ເຮໂຣອິນ ຈໍານວນ 93 ແທ່ງ ຖີ້ມໄວ້ຢູ່ໃນປ່າ ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວຫຼົບໜີກ່ອນແລ້ວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...