spot_img
Homeຝົນຕົກເເຈ້ງເຕືອນຝົນຕົກຫນັກ ແລະ ນ້ຳຖ້ວມປະຈໍາວັນທີ 01 ສິງຫາ 2023

ເເຈ້ງເຕືອນຝົນຕົກຫນັກ ແລະ ນ້ຳຖ້ວມປະຈໍາວັນທີ 01 ສິງຫາ 2023

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດອອກແຈ້ງເຕືອນຝົນຕົກຫນັກ ແລະ ນ້ຳຖ້ວມຈໍາວັນທີ 01 ສິງຫາ 2023


ເນື່ອງຈາກວ່າໄດ້ມີຝົນຕົກຫນັກຕິດຕໍ່ກັນຫຼາຍວັນຜ່ານມາໄດ້ເຮັດໃຫ້ລະດັບແມ່ນໍ້າສາຂາໄດ້ເພີ່ມຂຶ້ນຢ່າງໄວ ໂດຍສະເພາະລະດັບນໍ້າຢູ່ ສະຖານີແກ້ງກອກ (ນ້ຳເຊຈໍາພອນ) ເມືອງຈໍາພອນ ແຂວງສະຫວັນນະເຂດ ໃນເວລາ 11:00 ໂມງ ແທກໄດ້ 7.51 ແມັດ, ແມ່ນໄດ້ຮອດເຂດລະດັບເຕືອນໄພແລ້ວ (ລະດັບເຕືອນໄພ 7.50 ແມັດ; ເຂດອັນຕະລາຍ 1.00 ແມັດ ແລະ ສະຖານີດົງເຫັນ ແທກໄດ້ 9.27 ແມັດ ໃກ້ຮອດເຂດລະດັບເຕືອນໄພ (ລະດັບເຕືອນໄພ 9.50 ແມັດ; ເຂດອັນຕະລາຍ 1.50 ແມັດ). ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງ ທຸກພາກສ່ວນ ທີ່ອາໄສຢູ່ ລຽບຕາມແຕມນໍ້າເຊຈໍາພອນ ຈິ່ງມີສະຕິລະວັງຕໍ່ສະພາບຝົນຕົກຫນັກ ທີ່ຈະເຮັດຈະໃຫ້ເກີດມີດິນເຈື່ອນ, ນ້ຳຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະວັນທີ 1 ຫາ 2 ວັນຕໍ່ໜ້ານີ້. ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບ ນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...