spot_img
Home​ຂ່າວທ່ອງທ່ຽວເຮືອໄຟວຽນ, ລັກສະນະສະເພາະໜຶ່ງຂອງປະເພນີບຸນອອກພັນສາ “ວັດຈັນທະສະໂຣ”

ເຮືອໄຟວຽນ, ລັກສະນະສະເພາະໜຶ່ງຂອງປະເພນີບຸນອອກພັນສາ “ວັດຈັນທະສະໂຣ”

Published on

ໃນປາງບຸນອອກພັນສາ ມີຫຼາຍກິດຈະກຳ ອາດແຕກຕ່າງກັນແດ່ໄປຕາມສະພາບທ້ອງຖິ່ນ. ສະເພາະປະເພນີການບູຊາໄຟ ນິຍົມເຮັດຮາວທຽນເປັນເຮືອປະດັບດ້ວຍລວດລາຍຕາມແຕ່ລະຖິ່ນນິຍົມ. ບຸນອອກພັນສາ ເປັນທ້າຍລະດູຝົນ, ເຂດທີ່ມີສາຍນໍ້ານ້ອຍ ຈິ່ງເຮັດສະເພາະເຮືອໄຟບົກ.

ເຮືອໄຟບົກ ເຮັດຢູ່ເດີ່ນວັດ, ບາງແຫ່ງ ເພື່ອຫາວິທີກັນບໍ່ໃຫ້ເດັກນ້ອຍໄປຫຼິ້ນເຮັດເພກ່ອນມື້ພິທີ, ເພິ່ນໄດ້ເຮັດຮົ້ວເຮືອໄຟໄວ້, ຕໍ່ມາໄດ້ພັດທະນາເປັນຮູບການທ້າປະຊັນຄວາມສາມາດຂອງຜູ້ເຂົ້າໄປໄຕ້ໄຟໃນລັກສະນະສ່ຽງວາດສະໜາແລະຄວາມສາມາດສັງເກດ. ເພິ່ນໄດ້ເຮັດຮົ້ວເປັນຮ່ອມທາງວຽນເຂົ້າໄປຫາໂຕເຮືອໄຟ. ຮົ້ວວຽນນີ້ ຈະມີລະດັບສັບສົນແລ້ວແຕ່ນາຍຊ່າງ. ບາງເທື່ອກໍເຮັດສອງລະແວກສີ່ປະຕູ, ບາງເທື່ອກໍເຮັດສອງປະຕູ. ສີ່ປະຕູຈະມີສອງປະຕູເຂົ້າ ເຖິງ ແລະອີກສອງປະຕູເມື່ອເຂົ້າໄປຮອບວຽນສຸດທ້າຍ ແລ້ວມັນຈະວຽນກັບອອກ; ຖ້າສອງປະຕູ ກໍຈະມີໜຶ່ງປະຕູເຂົ້າບໍ່ຮອດ. ເວລາອອກກໍຄືກັນ, ຖ້າອອກຜິດທາງ ເມື່ອອອກໄປຮອດຮອບວຽນສຸດທ້າຍ ກໍຈະກັບເຂົ້າມາຄືນຫາເຮືອໄຟ. ຜູ້ເຂົ້າຕ້ອງສ່ຽງໃນການເລືອກປະຕູ. ປະເພນີເຮັດເຮືອ ໄຟວຽນນີ້ ວັດ “ຈັນທະສະໂຣ” ບ້ານໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ ນິຍົມເຮັດມາແຕ່ເປີງບູຮານ ແລະຕົກທອດມາຮອດສູ່ມື້ນີ້.

 

ຂໍ້ມູນຈາກ: Bualy Paphaphanh
ພາບປະກອບ: ຄຳສຽນ ອິນທະເດດ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...