spot_img
Homeຂ່າວຕ່າງປະເທດເຮືອຜູ້ອົບພະຍົບຫລົ້ມ 2 ລຳຊ້ອນ ຢູ່ທະເລເມດິແຕຣານຽນ ຄາດມີຜູ້ເສຍຊີວິດເກືອບ 240 ຄົນ

ເຮືອຜູ້ອົບພະຍົບຫລົ້ມ 2 ລຳຊ້ອນ ຢູ່ທະເລເມດິແຕຣານຽນ ຄາດມີຜູ້ເສຍຊີວິດເກືອບ 240 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ພະຈິກຜ່ານມານີ້ວ່າ ທ່ານ ຟລາວິໂອ ດິ ຈິອາໂຄໂມ ໂຄສົກອົງການສາກົນເພື່ອການຍົກຍ້າຍຖິ່ນຖານ ແຫ່ງ ສະຫະປະຊາຊາດ ໄດ້ລະບຸວ່າ ມີຜູ້ອົບພະຍົບຢ່າງໜ້ອຍ 239 ຄົນ ຊຶ່ງເຊື່ອວ່າເດີນທາງອົບພະຍົບມາຈາກ ພາກພື້ນອາຟຣິກາຕາເວັນຕົກ ເສຍຊີວິດລົງຈາກເຫດເຮືອ 2 ລຳຫລົ້ມຢູ່ທະເລເມດິແຕຣານຽນ ນອກຊາຍຝັ່ງປະເທດລີບີ ເມື່ອກາງອາທິດຜ່ານມານີ້ ເພື່ອຕ້ອງການເດີນທາງເຂົ້າສູ່ທະວີບເອີຣົບ.

ອົງການດັ່ງກ່າວຍັງໄດ້ລະບຸອີກວ່າ ຈາກໂສກນາຕະກຳຄັ້ງຫລ້າສຸດນີ້ ໄດ້ສົ່ງຜົນເຮັດໃຫ້ຕົວເລກຜູ້ເສຍຊີວິດ ຈາກເຫດເຮືອຜູ້ອົບພະຍົບຫລົ້ມ ຢູ່ທະເລເມດິແຕຣານຽນ ນັບແຕ່ຕົ້ນປີ 2016 ມານີ້ ສູງຂຶ້ນເຖິງ 4,220 ຄົນແລ້ວ ໃນຂະນະທີ່ຍອດຜູ້ເສຍຊີວິດໝົດປີ 2015 ຜ່ານມາ ແມ່ນຢູ່ທີ່ 3,777 ຄົນ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...