spot_img
Homeຂ່າວຕ່າງປະເທດເຮືອບິນປາກີສະຖານ ແອຣ໌ລາຍ ລົງຈອດສຸກເສີນທັນທີ ຍ້ອນສ້ວມຕັນ!

ເຮືອບິນປາກີສະຖານ ແອຣ໌ລາຍ ລົງຈອດສຸກເສີນທັນທີ ຍ້ອນສ້ວມຕັນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພະຈິກຜ່ານມານີ້ວ່າ ເຮືອບິນຂອງສາຍການບິນ ປາກີສະຖານ ແອຣ໌ລາຍ ຖ້ຽວບິນ PK-798 ຊຶ່ງເດີນທາງອອກຈາກ ນະຄອນໂຕໂຣນໂຕ ປະເທດການາດາ ໂດຍມີຈຸດໝາຍປາຍທາງທີ່ເມືອງລາຮໍ ປະເທດປາກີສະຖານ ໄດ້ປ່ຽນເສັ້ນທາງບິນ ແລະ ລົງຈອດສຸກເສີນ ທີ່ເມືອງແມນເຊສເຕີ້ ປະເທດອັງກິດ ເນື່ອງຈາກເກີດບັນຫາສ້ວມຕັນເທິງເຮືອບິນ.

ການຊີ້ແຈງຢ່າງເປັນທາງການຂອງ ສາຍການບິນ ປາກີສະຖານ ແອຣ໌ລາຍ ຜ່ານທາງທະວິດເຕີ້ ໄດ້ລະບຸວ່າ ເຫດຜົນທີ່ນັກບິນຕັດສິນໃຈ ນຳເຮືອບິນລົງຈອດສຸກເສີນ ທີ່ເມືອງແມນເຊສເຕີ້ ຊຶ່ງສົ່ງຜົນເຮັດໃຫ້ເວລາໝາຍຊ້າກວ່າກຳນົດ 5 ຊົ່ວໂມງ ແມ່ນເພື່ອຄຳນຶງເຖິງຄວາມສະດວກຂອງຜູ້ໂດຍສານເປັນສຳຄັນ ເພາະເກີດບັນຫາສ້ວມຕັນເທິງເຮືອບິນ ເນື່ອງຈາກມີຜູ້ໂດຍສານຖິ້ມວັດສະດຸບາງຢ່າງລົງໄປໃນຊັກໂຄກ ຈົນເຮັດໃຫ້ເກີດການອຸດຕັນ.  ທັງນີ້ ພາຍຫລັງການລົງຈອດສຸກເສີນດັ່ງກ່າວ ເຈົ້າໜ້າທີ່ສະໜາມບິນ ໄດ້ເລັ່ງເຂົ້າມາແກ້ໄຂບັນຫາ ຈົນຊັກໂຄກສາມາດນຳໃຊ້ໄດ້ປົກກະຕິ ແລະ ເຮືອບິນຈຶ່ງສາມາດຂຶ້ນບິນຕໍ່ ໄປຍັງປາຍທາງເມືອງລາຮໍ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...