spot_img
Homeຂ່າວຕ່າງປະເທດເຮີຣິເຄນ ຖະຫລົ່ມແມັກຊິກໂກ ປະຊາຊົນແຫ່ອອກປຸ້ນສະດົມທົ່ວເມືອງ!

ເຮີຣິເຄນ ຖະຫລົ່ມແມັກຊິກໂກ ປະຊາຊົນແຫ່ອອກປຸ້ນສະດົມທົ່ວເມືອງ!

Published on

 

ພະຍຸເຮີຣິເຄນໂອດິເລ ຖະຫລົ່ມແມັກຊິກໂກ ສົ່ງຜົນບ້ານເຮືອນຫລາຍຫລັງໄດ້ຮັບຄວາມເສຍຫາຍ, ປະຊາຊົນອອກ

ປຸ້ນສະດົມຕາມຮ້ານຄ້າ ເພື່ອຄວາມຢູ່ລອດ.

 

ເມື່ອວັນທີ 17 ກັນຍາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດ ລາຍງານວ່າ ພະຍຸເຮີຣິເຄນໂອດິເລ ໄດ້ພັດຖະຫລົ່ມ

ເມືອງບາຮາ ກາລິຟໍເນຍ ປະເທດແມັກຊິກໂກ ສົ່ງຜົນເຮັດໃຫ້ເກີດລົມພັດແຮງ ແລະ ຝົນຕົກນ້ຳຖ້ວມໃນຫລາຍພື້ນ

ທີ່, ສາຍການບິນຕ່າງໆ ກໍພາກັນປະກາດລະງັບຖ້ຽວບິນ ຈົນນັກທ່ອງທ່ຽວກ່ວາ 26,000 ຄົນ ຕ້ອງຕິດຄ້າງຢູ່ພາຍ

ໃນເມືອງ ຫລາຍຄົນຕ້ອງຢູ່ພາຍໃນສະໜາມບິນໄປກ່ອນ ເພາະບໍ່ມີບ່ອນພັກ ໃນຂະນະທີ່ກະແສລົມແຮງໄດ້ເຮັດໃຫ້

ເຮືອນຊານຂອງປະຊາຊົນເສຍຫາຍໜັກຫລາຍຫລັງ ແລະ ໃນວັນທີ 15 ກັນຍາ 2014 ກໍໄດ້ເກີດເຫດປະຊາຊົນຫລາຍ

ຮ້ອຍຄົນ ອອກປຸ້ນສະດົມຕາມຮ້ານຊູເປີມາເກັດ ແລະ ຮ້ານຄ້າຕ່າງໆ ເພື່ອລັກເອົາເຄື່ອງຢູ່ຂອງກິນທີ່ຈຳເປັນ ເຊັ່ນ

ເຂົ້າສານ, ນ້ຳດື່ມ, ເຈ້ຍອະນາໄມ, ເຫລົ້າ, ໄປຈົນຮອດເຄື່ອງໃຊ້ໄຟຟ້າຢ່າງພັດລົມ ແລະ ໂທລະພາບອີກດ້ວຍ.

 

ທ້າວ ອອສວັນໂດ ໂລເປດ ໜຶ່ງໃນຜູ້ປະສົບໄພ ອາຍຸ 41 ປີ ໄດ້ກ່າວໃນຂະນະທີ່ຂົນເຄື່ອງອອກຈາກຮ້ານຄ້າແຫ່ງໜຶ່ງ

ວ່າ ” ຂ້ອຍເອົານ້ຳ ແລະ ອາຫານໄປໃຫ້ລູກນ້ອຍຂອງຂ້ອຍ ເຈົ້າບໍ່ມີທາງຮູ້ດອກ ວ່າຈະມີຫຍັງເກີດຂຶ້ນອີກມື້ອື່ນນີ້! ”

 

ຢ່າງໃດກໍດີ ຍັງບໍ່ທັນມີລາຍງານຜູ້ເສຍຊີວິດຈາກໄພພິບັດຄັ້ງນີ້ ແຕ່ກໍມີຜູ້ບາດເຈັບປະມານ 135 ຄົນ ໃນຂະນະທີ່ທາງ

ການໄດ້ສົ່ງທະຫານກ່ວາ 1000 ຄົນ ເຂົ້າໄປຊ່ວຍເຫລືອຜູ້ປະສົບໄພໃນພື້ນທີ່ ຫລັງຈາກພະຍຸເຮີຣິເຄນໄດ້ເຮັດໃຫ້ໄຟຟ້າ

ດັບ ແລະ ນ້ຳປະປາບໍ່ໄຫລ.

 

itnl_0

itnl_2

itnl_3

itnl_4

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...