ເອົາໃຈຊ່ວຍຊູດານໃຫ້ຜ່ານພົ້ນວິກິດຮຸນແຮງ

ຂະນະນີ້ລັດຖະບານປະເທດຊູດານກະທຳການທີ່ໂຫດຮ້າຍເກີນຂອບເຂດ ທັງເຂັ່ນຂ້າປະຊາຊົນ ຂົ່ມຂືນແມ່ຍິງ ເຜົາສົບຖິ້ມລົງແມ່ນ້ຳ ທັງບັງຄັບໃຫ້ກິນສິ່ງສົກກະປົກຕ່າງໆ ສົ່ງຜົນໃຫ້ຮ້ານຄ້າຫຼາຍແຫ່ງປິດໂຕ ແລະ ທີ່ສຳຄັນແມ່ນເຂົາເຈົ້າໄດ້ຕັດສັນຍານໂທລະສັບ ແລະ ອິນເຕີເນັດຂອງປະຊາຊົນເພື່ອບໍ່ໃຫ້ຂ່າວນີ້ຮົ່ວໄຫຼອອກນອກປະເທດ.

ທັງນີ້ ທະຫານຂອງຊູດານໄດ້ໃຊ້ກຳລັງສະຫຼາຍກຸ່ມຊຸມນຸມປະທ້ວງ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ ບາດເຈັບ ແລະ ຖືກຂັງປະມານ 100 ຄົນ ຂະນະທີ່ກຸ່ມຊຸມນຸມຮຽກຮ້ອງໃຫ້ກອງທັບເລັ່ງຈັດການເລືອກຕັ້ງ ແລະ ຍຶດອຳນາດອະດີດປະທານາທິບໍດີ ໂອມາຣ ອັລ ລາເຊຍ ເມື່ອປະມານ 2 ເດືອນຜ່ານມາ ແລະ ນີ້ກໍຖືເປັນເລື່ອງທີ່ໂຫດຮ້າຍປ່າເຖື່ອນທີ່ສຸດ ຊຶ່ງບໍ່ຄວນຈະເກີດຂຶ້ນຢູ່ໃນໂລກໜ່ວຍນີ້.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: facebook.com/YaiwaSweet