Homeຂ່າວຕ່າງປະເທດປະທ້ວງຮົງກົງດຸເດືອດ! ແຕ່ຜູ້ຊຸມນຸມເກືອບ 2 ລ້ານຄົນຫຼີກທາງໃຫ້ລົດໂຮງໝໍ

ປະທ້ວງຮົງກົງດຸເດືອດ! ແຕ່ຜູ້ຊຸມນຸມເກືອບ 2 ລ້ານຄົນຫຼີກທາງໃຫ້ລົດໂຮງໝໍ

Published on

ເມື່ອວັນທີ 17 ມິຖຸນາ 2019 ສຳນັກຂ່າວເອພີລາຍງານສະຖານະການຊຸມນຸມປະທ້ວງຂອງປະຊາຊົນຊາວຮົງກົງເພື່ອກົດດັນລັດຖະບານໃຫ້ຖອນຮ່າງກົດໝາຍສົ່ງຕົວຜູ້ຮ້າຍຂ້າມແດນໃຫ້ຈີນ ຊຶ່ງໃນວັນອາທິດທີ 16 ມິຖຸນາທີ່ຜ່ານມາຜູ້ຈັດການປະທ້ວງປະກາດວ່າ ມີປະຊາຊົນເກືອບ 2 ລ້ານຄົນຈາກປະຊາກອນໃນປະເທດ 7 ລ້ານຄົນຖືວ່າເປັນການປະທ້ວງສູງສຸດໃນຮອບ 30 ປີ.

ໃນການປະທ້ວງຄັ້ງນີ້ມີຄລິບໜຶ່ງໄດ້ຖືກແຊຣກັນຫຼາຍໃນໂລກໂຊໂຊຽວ ຊຶ່ງເປັນຄລິບທີ່ຜູ້ຊຸມນຸມປະທ້ວງເກືອບ 2 ລ້ານຄົນຫຼີກທາງໃຫ້ລົດໂຮງໝໍຄັນໜຶ່ງຜ່ານໄປ ພ້ອມກັບຂໍ້ຄວາມທີ່ວ່າ ນາທີນີ້ສະທ້ອນການຊຸມນຸມເປັນໄປໂດຍສັນຕິ ບໍ່ມີຄວາມວຸ້ນວາຍ ປ່ວນເມືອງ.

https://youtu.be/ondFCQXDJCg

ລັດຖະບານຮົງກົງ ທ່ານ ນາງ ແຄຣຣີ ຫຼໍາ ອອກຖະແຫຼງການຂໍໂທດໃນຕອນເດິກ ແຕ່ຍັງບໍ່ປະກາດຖອນຮ່າງກົດໝາຍໄປໃຫ້ເດັດຂາດຕາມທີ່ຜູ້ຊຸມນຸມຮຽກຮ້ອງ.

ຖະແຫຼງການຂອງ ທ່ານ ນາງ ແຄຣຣີ ຫຼຳ ໄດ້ມີເນື້ອໃຈສຳຄັນວ່າ “ລັດຖະບານເຂົ້າໃຈດີວ່າມຸມມອງຄວາມເຫັນຂອງຜູ້ຊຸມນຸມເຮັດດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍຕໍ່ຮົງກົງ ຈຶ່ງຂໍໂທດຕໍ່ປະຊາຊົນຮົງກົງທີ່ເຮັດໃຫ້ເກີດຄວາມວຸ້ນວາຍຂຶ້ນ ແລະ ສັນຍາວ່າຈະສະແດງທັດສະນະຄະຕິທີ່ຈິງໃຈ ແລະ ອ່ອນນ້ອມເພື່ອຮັບຟັງສຽງວິພາກວິຈານ ພ້ອມປັບປຸງການເຮັດວຽກຂອງລັດຖະບານ”.

ຫຼັງຄຳຖະແຫຼງການເຜີຍແຜ່ອອກມາ ແກນນຳຜູ້ຊຸມນຸມຕ່າງບໍ່ຍອມຮັບຖະແຫຼງການຂອງກຸ່ມສິດທິພົນລະເມືອງແນວໜ້າລະບຸວ່າ “ນີ້ເປັນຄຳຖະແຫຼງການດູໜິ່ນປະຊາຊົນທີ່ອອກມາເດີນຂະບວນປະທ້ວງຕາມທ້ອງຖະໜົນ” ຫຼັງຈາກທາງກຸ່ມໄດ້ຮຽກຮ້ອງໃຫ້ລັດ ຖະບານຖອນຮ່າງກົດໝາຍທີ່ຈີນສະໜັບສະໜູນອອກໄປໃຫ້ໝົດ ແລະ ໃຫ້ນາງ ຫຼຳ ລາອອກຈາກຕຳແໜ່ງຫົວໜ້າຄະນະເຂດປົກຄອງພິເສດຮົງກົງ ເພື່ອຮັບພິຊອບຕໍ່ຄວາມວຸ້ນວາຍທີ່ເກີດຂຶ້ນ.

 

ຮຽບຮຽງ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: khaosod.co.th

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...