spot_img
Homeຂ່າວຕ່າງປະເທດເອີຣົບອະນຸຍາດໃຫ້ 14 ປະເທດເດີນທາງເຂົ້າ-ອອກເອີຣົບໄດ້ໃນຊ່ວງໂຄວິດ-19

ເອີຣົບອະນຸຍາດໃຫ້ 14 ປະເທດເດີນທາງເຂົ້າ-ອອກເອີຣົບໄດ້ໃນຊ່ວງໂຄວິດ-19

Published on

ເວັບໄຊ sanook ລາຍງານວ່າ ຕາມການລາຍງານຂອງຣອຍເຕີ ໂດຍ 27 ປະເທດສະມາຊິກຂອງສະຫະພາບເອີຣົບ ມີມະຕິເມື່ອວັນອັງຄານທີ່ຜ່ານມາ ໃຫ້ອະນຸຍາດພົນລະເມືອງຈາກ 14 ປະເທດນອກກຸ່ມອີຢູ ສາມາດເດີນທາງເຂົ້າອອກປະເທດໃນກຸ່ມໄດ້.

ທັງ 14 ປະເທດທີ່ຢູ່ໃນລາຍການປະເທດທີ່ປອດໄພຈາກໂຄວິດ-19 ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດ 2020 ໄດ້ແກ່: ອັລຈີເຣຍ, ອົດສະຕາລີ, ການາດາ, ຈໍເຈຍ, ຍີ່ປຸ່ນ, ມອນເຕເນໂກຣ, ໂມຣອດໂຄ, ນິວຊີແລນ, ຮວານດາ, ເຊີເບຍ, ເກົາຫຼີໃຕ້, ໄທ, ຕູນີເຊຍ ແລະ ອຸຣຸກວັຍ.

ຂະນະທີ່ສະຫະລັດອາເມລິກາ, ຣັດເຊຍ, ບຣາຊິນ, ຕວັກກີ ຢູ່ໃນກຸ່ມທີ່ຜູ້ຕິດຕາມເຊື້ອໂຄວິດ-19 ສູງເກີນມາດຕະຖານທີ່ສະຫະພາບເອີຣົບ ກຳນົດ ແລະ ຕ້ອງລໍຖ້າໄປອີກ 2 ອາທິດໃນການພິຈາລະນາຕໍ່ຈາກນີ້.

ໃນການຖະແຫຼງການຂອງສະຫະພາບເອີຣົບ ລະບຸວ່າ ເກນການພິຈາລະນາໃຫ້ປະເທດທີ່ປອດໄພ ແມ່ນອ້າງອີງຈາກຂໍ້ມູນທາງວິທະຍາສາດ ລວມເຖິງອັດຕາການຕິດເຊື້ອລາຍໃໝ່ໃນປະເທດທີ່ຕ້ອງຢູ່ໃນລະດັບຕໍ່າ ຄື ນ້ອຍກວ່າ 16 ຄົນ ຕໍ່ປະຊາກອນ 1 ແສນຄົນໃນປະເທດມີແນວໂນ້ມຕິດເຊື້ອໃໝ່ທີ່ທີ່ຫຼຸດລົງຕໍ່ເນື່ອງ ແລະ ມີການບັງຄັບໃຊ້ມາດຕະການຮັກສາໄລຍະຫ່າງທາງສັງຄົມທີ່ພຽງພໍ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...